|
 |
(GMT+08:00)
2005-03-11 17:36:02
|
ທ່ານມູບາລັກເຕືອນໃຫ້ອິສຣາແອນປະຕິບັດຄວາມຮັບຮູ້ຄືກັນຊາມຊາອິກ
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 10 ມີນາ ຢູ່ຊາມຊາອິກ ໃນເວລາທ່ານມູບາລັກ ປະທານາທິບໍດີເອຢິບພົບປະທ່ານໂມຟາສ໌ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນທີ່ໄປຢາມນັ້ນ ທ່ານກ່າວເນັ້ນວ່າ,ຝ່າຍເອຢິບຫວັງໃຫ້ອິສຣາແອນປະຕິບັດຕາມຄວາມຮັບຮູ້ຄືກັນລາຍຕ່າງໆທີ່ຕົກລົງກັນໃນເວລາຜູ້ນຳປາເລັສຕີນແລະອິສຣາແອນຈັດກອງປະຊຸມສຸດຍອດໃນວັນທີ 8 ກຸມພານັ້ນຢ່າງແທ້ຈິງ.
ໃນກອງປະຊຸມສຸດຍອດຊາມຊາອິກ ທ່ານອັບບາສ ຜູ້ນຳປາເລັສຕີນແລະທ່ານຊາລອນ ນາຍົກລັດຖະມົນຕີອິສຣາແອນປະກາດວ່າເຊັນສັນຍາຢຸດຍິງ,ພ້ອມກັນນັ້ນ ຝ່າຍອິສຣາແອນເຫັນດີປ່ອຍຕົວນັກໂທດປາເລັສຕີນປະມານ 900 ຄົນແລະມອບສິດຄວບຄຸມຄວາມປອດໄພຂອງ 5 ຕົວເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນໃຫ້ຝ່າຍປາເລັສຕີນ.
|
|
|