|
 |
(GMT+08:00)
2005-02-23 10:55:32
|
 |
ສ.ເກົາຫຼີອາເມລິກາແລະຣັດເຊຍມີປະຕິກິລິຍາຕໍ່ທ່າທີຂອງຜູ້ນຳສປປເກົາຫຼີກ່ຽວກັບການເຈລະຈາ 6 ຝ່າຍ
cri
Author: li
ຕາມຂ່າວ CRI: ວັນທີ 22 ກຸມພາ ສ.ເກົາຫຼີ,ອາເມລິກາແລະຣັດເຊຍຕ່າງໄດ້ທຳປະຕິກິລິຍາຕໍ່ທ່າທີຂອງທ່ານກິມເຈິງອິນ ຜູ້ນຳສປປເກົາຫຼີກ່ຽວກັບສປປເກົາຫຼີຈະກັບຄືນສູ່ການເຈລະຈາ 6 ຝ່າຍ. ທ່ານບານກີມູນ ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າຂອງສ.ເກົາຫຼີກ່າວວ່າ,ຝ່າຍສ.ເກົາຫຼີເຫັນວ່າ,ທ່າທີຂອງທ່ານກິມເຈິງອິນມີຊ່ອງຫວ່າງໃຫ້ຄົນກຶກກອງຢ່າງຕັ້ງໜ້າ,ແລະເປັນຕາຊົມເຊີຍ.
ທ່ານບາວເຊີ ໂຄສົກກະຊວງການຕ່າງປະເທດອາເມລິກາກ່າວວ່າ,ອາເມລິກາຫວັງໃຫ້ຜ່ານຈາກພາຫະນະສັນຕິພາບແລະການທູດມາເຮັດໃຫ້ແຫຼມເກົາຫຼີປອດນິວເຄຼຍ,ອາເມລິກາຈະຮັກສາການຕິດຕໍ່ພົວພັນກັບຈີນ.
ກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການ,ສະແດງຄວາມຊົມເຊີຍຕໍ່ຄຳປາໄສຂອງສປປເກົາຫຼີທີ່ວ່າຈະກັບຄືນສູ່ການເຈລະຈາ 6 ຝ່າຍ.
ວັນທີ 10 ກຸມພາ ກະຊວງການຕ່າງປະເທດສປປເກົາຫຼີເຄີຍອອກຖະແຫຼງການວ່າ,ສປປເກົາຫຼີມີອາວຸດນິວເຄຼຍແລ້ວ,ແລະຈະໂຈະການເຂົ້າຮ່ວມການເຈລະຈາ 6 ຝ່າຍຢ່າງບໍ່ມີເວລາຈຳກັດ. ວັນທີ 21 ກຸມພາ ຢູ່ທີ່ພຽງຢາງ ໃນເວລາທ່ານກິມເຈິງອິນ ຜູ້ນຳສປປເກົາຫຼີພົບປະທ່ານວັງເຈຍຢຸຍນັ້ນ ທ່ານກ່າວວ່າ,ສປປເກົາຫຼີບໍ່ເຄີຍຄັດຄ້ານການເຈລະຈາ 6 ຝ່າຍຈັກເທື່ອ. ຖ້າການເຈລະຈາ 6 ຝ່າຍຮອບສີ່ມີເງື່ອນໄຂແລ້ວ,ຝ່າຍສປປເກົາຫຼີຍິນດີກັບຄືນສູ່ໂຕະເຈລະຈາຢູ່ທຸກເວລາ.
|
|
|