ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-02-06 20:34:40    
ພັກ​ໄທ​ຮັກ​ໄທ​ໄດ້​ຮັບ​ໄຊ​ຊະນະ​ດ້ວຍຖ້ວມ​ທົ້ນ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງໄທ

cri

ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ບ່າຍ​ວັນ​ທີ 6 ກຸມພາ​ເວລາ​ທ້ອງຖິ່ນ,ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະພາຜູ່​ແທນ​ລາດ​ສະ​ດອນ​ຂອງ​ໄທ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ  ຕາມ​ຜົນ​ສຳ​ຫຼວດຫຼ້າ​ສຸດຂອງ​ຝ່າຍນອກທາງ​ການ,ພັກ​​ໄທ​ຮັກ​ໄທ​ທີ່​ນຳ​ໂດຍ​ທ່ານ​ທັກສິນ ຊິນນະ​ວັດ ນາຍົກລັດຖະມົນຕີຊຸດ​ປະຈຸ​ບັນ​ໄທ,ຈະ​ໄດ້​ 399 ທີ່​ນັ່ງ​ໃນ​ສະພາຜູ່​ແທນລາດ​ສະ​ດອນ​ເຊິ່ງລື່ນ​ກາຍ​ເຄິ່ງຫນຶ່ງຂອງ 500 ທີ່​ນັ່ງ​ໃນ​ສະພາຜູ່​ແທນລາດ​ສະ​ດອນ​ຢ່າງ​ຫຼວງ​ຫຼາຍ


ທ່ານບັນຍັດ ບັນທັດຖານ ປະທານ​ພັກ​ປະຊາທິປັດ​​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ໃຫຍ່​ກວ່າ​ເພິ່ນ​ຂອງ​ໄທ​ໄດ້​ຮັບຮອງວ່າ​ພັກ​ດັ່ງກ່າວ​ໄດ້​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​,​ແລະ​ກ່າວ​ວ່າ​ພັກ​ປະຊາທິປັດຈະ​ສືບ​ຕໍ່​​ເປັນຕົວ​ການພັກ​ຝ່າຍ​ຄ້ານ,ຮ່ວມ​ກັນ​ກັບ​ພັກ​ຝ່າຍ​ຄ້ານ​ອື່ນໆ​ຕິດຕາມ​ກວດກາ​ວຽກ​ງານ​ຂອງ​ລັດ ຖະບານ


ບຸກຄົນ​ວິ​ເຄາະ​ເຫັນ​ວ່າ  ຖ້າພັກ​ໄທ​ຮັກ​ໄທປະກອບຄະນະ​ລັດຖະບານ​​ແຕ່​ພັກ​ດຽວ​ແລ້ວ ຈະ​ປ່ຽນ​ແປງ​ປະຫວັດສາດ​​ຂອງໄທ​ທີ່​ມີຫຼາຍພັກ​ຄອງ​ອຳນາດ​​ໃນ 70 ກວ່າ​ປີ​ມາ​ນີ້