ຕາມຂ່າວສານຊິນຮວາ ເນື່ອງໃນໂອກາດມື້ບຸນກຸດຈີນປີລະກາຈະວຽນມາເຖິງ ຫວ່າງມໍ່ໆນີ້,ທ່ານບາດາວີ ນາຍົກລັດຖະມົນຕີມາເລເຊຍແລະພັນລະຍານໄດ້ຝາກບັດອວຍພອນ 3500 ກວ່າບັດໄປຍັງຊາວຈີນບຸກຄົນວົງການຕ່າງໆຄື ພັກການເມືອງ ອົງການຈັດຕັ້ງສັງຄົມ ອຸດສາຫະກຳການຄ້າ ວັດທະນະທຳການສຶກສາແລະສື່ມວນຊົນເປັນຕົ້ນ,ອວຍພອນບຸນກຸດຈີນຕໍ່ຊາວຈີນຢູ່ທົ່ວປະເທດມາເລເຊຍ ອວຍພອນໃຫ້ປະເທດະເລີນຮຸ່ງເຮືອງແລະປະຊາຊົນມີຄວາມສຸກ
ຫນັງສືພິມພາສາຈີນຂອງທ້ອງຖິ່ນລາຍງານວ່າ ຄຳອວຍພອນບຸນກຸດຈີນຂອງທ່ານນາຍົກລັດຖະມົນຕີບາດາວີໄດ້ສ່ອງແສງຄວາມປາຖະຫນາອັນດີງາມຂອງທ່ານທີ່ຊຸກຍູ້ໃຫ້ບັນດາເຊື້ອຊາດພາຍໃນປະເທດຖືກຕ້ອງປອງດອງກັນ ການເມືອງຫມັ້ນທ່ຽງແລະປະຊາຊົນມີຄວາມສຸກ ໃນປະຊາກອນ 25 ລ້ານຄົນຂອງມາເລເຊຍ ມີຊາວຈີນປະມານ 6 ລ້ານຄົນ
|