|
 |
(GMT+08:00)
2004-12-06 15:53:46
|
ທ່ານມູປາລັກກັບທ່ານຊາລົງປຶກສາຫາລືສະຖານະການຕາເວັນອອກກາງ
cri
Author: huachunmei
ຕາມຂ່າວ CRI, ວັນທີ 5 ທັນວາ, ທ່ານຊາລົງ ນາຍົກລັດຖະມົນຕີອິດສະລະແອນໄດ້ໂທລະສັບກັບທ່ານມູປາລັກ ປະທານາທິບໍດີເອຢິບ. ສອງຝ່າຍໄດ້ປຶກສາກາລືກັນກ່ຽວກັບສະຖານະການຕາເວັນອອກກາງໃນປະຈຸບັນ ແລະຟື້ນຟູຂະບວນວິວັດສັນຕິພາບຕາເວັນອອກກາງແລະບັນຫາອື່ນໆ.
ທ່ານມູປາລັກຊີ້ອອກວ່າ, ອິດສະລະແອນແລະປາເລັສຕີນຕ້ອງກຳໂອກາດ, ໃຕ້ການສະໜັບສະໜູນຂອງບັນດາຝ່າຍກ່ຽວຂ້ອງຂອງສາກົນແລະພາກພື້ນ, ພະຍາຍາມສຸດຂີດ, ປະຕິບັດແຜນການເສັ້ນທາງສັນຕິພາບຕາເວັນອອກກາງຢ່າງຮອບດ້ານ. ທ່ານຊາລົງຍ້ອງຍໍບົດບາດຂອງເອຢິບໃນການຊຸກຍູ້ຂະບວນວິວັດສັນຕິພາບຕາເວັນອອກກາງ.
|
|
|