|
 |
(GMT+08:00)
2004-12-05 21:51:33
|
ທ່ານບູສເຈລະຈາກັບທ່ານມູຊາລັຟ
cri
Author: huachunmei
ຕາມຂ່າວສານຊິນຮວາ, ວັນທີ 4 ທັນວາ, ຢູ່ທີ່ວໍຊິງຕັນ, ທ່ານບູສ ປະທານາທິບໍດີອາເມລິກາໄດ້ພົບປະທ່ານມູຊາລັຟທີ່ໄປຢ້ຽມຢາມ, ສອງຝ່າຍໄດ້ເຈລະຈາກັບກ່ຽວກັບບັນຫາຕ່າງໆ ຄື, ບັນຫາຕ້ານການກໍ່ການຮ້າຍແລະການພົວພັນລະຫວ່າງປາກີສະຖານກັບອິນເດຍເປັນຕົ້ນ.
ທ່ານບູສໄດ້ຍ້ອງຍໍຄວາມພະຍາຍາມຂອງທ່ານມູຊາລັຟໃນການຕ້ານການກໍ່ການຮ້າຍ, ທ່ານເວົ້າວ່າ, ການສ້າງຕັ້ງປະເທດປາເລັສຕີນແລະແກ້ໄຂການປະທະກັນລະຫວ່າງປາເລັສຕີນກັບອິດສະລະແອນແມ່ນບັນຫາແກນກາງຂອງການຕ້ານການກໍ່ການຮ້າຍໃນທົ່ວໂລກ. ເພື່ອແກ້ໄຂບັນຫາດັ່ງກ່າວນີ້, ອາເມລິກາຈະອອກແຮງສ້າງຕັ້ງປະເທດປາເລັສຕີນທີ່ຢູ່ຮ່ວມກັນໂດຍສັນຕີກັບອິດສະລະແອນ.
ທ່ານມູຊາລັຟເຫັນດີນຳຄວາມເວົ້າຂອງທ່ານບູສ, ທ່ານຍັງເວົ້າວ່າ, ຈະເດັດດ່ຽວສະໜັບສະໜູນປາເລັສຕີນສ້າງຕັ້ງປະເທດ.
|
|
|