|
 |
(GMT+08:00)
2004-11-26 20:44:03
|
ທ່ານບານກູຕີຕົກລົງເຂົ້າຮ່ວມການເລືອກຕັ້ງທົ່ວໄປຂອງປາເລັສຕີນ
cri
Author: MO
ຕາມຂ່າວສານຊີນຮວາ: ວັນທີ 25 ພະຈິກ, ສື່ມວນຊົນອິດສະລາແອນລາຍງານວ່າ, ທ່ານບານກູຕີ ຜູ້ນຳຝ່າຍໜຸ່ມຂອງອົງການອານຟາດາ ຂະບວນການປົດປ່ອຍຊາດປາເລັສຕີນທີ່ຍັງຖືກອິດສະລາແອນກັກຂັງໃນປະຈຸບັນໄດ້ຕົກລົງເຂົ້າຮ່ວມການເລືອກຕັ້ງປະທານອົງການອຳນາດແຫ່ງຊາດປາເລັສຕີນທີ່ຈະຈັດຂຶ້ນໃນວັນທີ 9 ມັງກອນປີໜ້າ.
ທ່ານບານກູຕີ ອາຍຸ 45 ປີ, ມີອັດຕາສະໜັບສະໜູນຂ້ອນຂ້າງສູງໃນມວນຊົນປາເລັສຕີນ, ທ່ານຖືກຖືເປັນຄູ່ແຂ່ງຂັນທີ່ແຂງກວ່າໝູ່ຂອງທ່ານອາບັສ ປະທານຄະນະບໍລິຫານງານຂອງອົງການປົດປ່ອຍປາເລັສຕີນໃນການເລືອກຕັ້ງທົ່ວໄປໃນປີໜ້າ.
|
|
|