|
 |
(GMT+08:00)
2004-10-26 10:01:08
|
 |
ລັດຖະສະພາອິດສະລາແອນເລ່ີມອະພິປາຍແຜນການເຄ່ືອນໄຫວແຕ່ຝ່າຍດຽວ
cri
ຕາມຂ່າວCRI, ຕອນບ່າຍວັນທີ25ຕຸລາ, ລັດຖະສະພາອິດສະລາແອນເລ່ີມອະພິປາຍແຜນການເຄ່ືອນໄຫວແຕ່ຝ່າຍດຽວເຊ່ິງສະເໜີໂດຍທ່ານນາຍົກລັດຖະມົນຕີຊາລົງ.
ໃນເວລາລັດຖະສະພາເລ່ີມການອະພິປາຍ, ທ່ານຊາລົງກ່າວຄຳປາໄສວ່າ, ແຜນການເຄ່ືອນໄຫວແຕ່ຝ່າຍດຽວຈະເຮັດໃຫ້ອິດສະລາແອນຍ່ິງເຂັ້ມແຂງກວ່ເກົ່າ, ທ່ານຕັດສິນໃຈຈະປະຕິບັດແຜນການເຄ່ືອນໄຫວແຕ່ຝ່າຍດຽວຈົນເຖິງທ່ີສຸດ.
ລັດຖະສະພາອິດສະລາແອນຕົກລົງຈະລົງຄະແນນສຽງຕ່ໍແຜນການເຄ່ືອນໄຫວແຕ່ຝ່າຍດຽວໃນຕອນຄຳ່ວັນທີ26ຕຸລາ. ຕາມໄດ້ຊາບ, ປະຈຸບັນ, ໄດ້ມີສະມາຊິກລັດຖະສະພາລ່ືນກາຍເຄ່ິງໜ່ຶງເວົ້າວ່າຈະປ່ອນບັດສະໜັບສະໜູນແຜນການເຄ່ືອນໄຫວແຕ່ຝ່າຍດຽວ.
ຕາມແຜນການເຄ່ືອນໄຫວແຕ່ຝ່າຍດຽວ, ອິດສະລາແອນຈະຖອນຈຸດຕັ້ງຖ່ິນຖານຂອງຊາວຢິວ21ແຫ່ງທັງໝົດອອກຈາກແຖບກາຊາແລະຈຸດຕ້ັງຖ່ິນຖານ4ແຫ່ງອອກຈາກຝັ່ງຕາເວັນຕົກແມ່ນຳ້ຈໍແດນກ່ອນທ້າຍປີ2005. ແຕ່ວ່າແຜນການດ່ັງກ່າວຖືກຜູ້ຕັ້ງຖ່ິນຖານຈຳນວນໜ່ຶງແລະອິດທິກຳລັງຂວາຈັດຄັດຄ້ານຢ່າງຮຸນແຮງ.
|
|
|