ການແຂ່ງຂັນຂອງງານກິລາໂອລິມປິກຄົນພິການທີ່ອາແຕນໄດ້ກາຍເຄິ່ງເຄິ່ງແລ້ວ, ຈຳນວນຫລຽນຄຳຂອງຄະນະຜູ່ແທນກິລາຈີນລື່ນກາຍຄັ້ງທີ່ຈັດຂຶ້ນຢູ່ຊິດນີ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 23 ກັນຍາ ເວລາທ້ອງຖິ່ນ, ໃນການແຂ່ງຂັນແລ່ນແລະລານຂອງງານກິລາໂອລິມປິກຄົນພິການທີ່ອາແຕນ, ທິມແລ່ນຕໍ່ແຮງຂອງຄົນພິການຈີນຊິງໄດ້ຫລຽນເງິນໃນການແຂ່ງຂັນແລ່ນຕໍ່ແຮງ 4X100 ຂັ້ນT35-T36ເພງຊາຍ, ເຮັດໃຫ້ຈຳນວນຫລຽນຂອງຄະນະຜູ່ແທນກິລາຈີນໄດ້ບັນລຸເຖິງ 73 ຫລຽນ, ລື່ນກາຍຍອດຈຳນວນຫລຽນຂອງຄະນະຜູ່ແທນກິລາຈີນໃນງານກິລາໂອລິມປິກຄົນພິການທີ່ຊິດນິທີ່ຈັດຂຶ້ນໃນ 4 ປີກ່ອນ.
ວັນທີ 23 ກັນຍາເວລາທ້ອງຖິ່ນ, ການແຂ່ງຂັນຂອງງານກິລາໂອລິມປິກຄົນພິການທີ່ອາແຕນໄດ້ເຂົ້າສູ່ມື້ທີ 6 , ການແຂ່ງຂັນກໍ່ກາຍເຄິ່ງໜຶ່ງແລ້ວ, ຫ່າງຈາກມື້ປິດງານຂອງວັນທີ 28 ກັນຍາຍັງອີກ 5 ມື້. ນັບມາຮອດ 22 ໂມງຂອງວັນທີ 23 ກັນຍາເວລາວຽງຈັນ, ຄະນະຜູ່ແທນກິລາຈີນຊິງໄດ້ 76 ຫລຽນ, ໃນນັ້ນ, ຫລຽນຄຳ 28 ຫລຽນ.
|
|