|
 |
(GMT+08:00)
2004-09-23 12:00:03
|
 |
ສີ່ຝ່າຍກ່ຽວກັບບັນຫາຕາເວັນອອກກາງຈັດການເຈລະຈາຮອບໃຫມ່ຢູ່ສະຫະປະຊາຊາດ
cri
Author: sayvanny
ຕາມຂ່າວCRI: ວັນທີ 22 ກັນຍາ ສີ່ຝ່າຍກ່ຽວກັບບັນຫາຕາເວັນອອກກາງໄດ້ຈັດການເຈລະຈາຮອບໃຫມ່ຢູ່ສຳນັກງານໃຫຍ່ສະຫະປະຊາຊາດທ່ີນິວຢອກແລ້ວໄດ້ອອກຖະແຫລງການ, ຮຽກຮ້ອງອີກເທື່ອຫນຶ່ງໃຫ້ສອງຝ່າຍປາເລັດສຕີນອິສລະແອນປະຕິບັດແຜນການເສັ້ນທາງສັນຕິພາບຕາເວັນອອກກາງຢ່າງຈິງຈັງ.
ຖະແຫລງການສະແດງຄວາມວິຕົກກັງວົນນຳການການກໍ່ການຮ້າຍແລະການປະທະກັນດ້ວຍກຳລັງຮຸນແຮງໄດ້ເກີດຂຶ້ນຢູ່ພາກຕາເວັນອອກ ກາງເລື້ອຍໆແລະຂະບວນວິວັດສັນຕິພາບຕົກຢູ່ໃນສະພາຄາກັນອ່າງຍ່າງ, ເຫັນວ່າ, ສະຖານະການຢູ່ເຂດດ່ັງກ່າວພວມຕົກຢູ່ໃນສະພາບຫຍຸ້ງຍາກທ່ີສຸດ, ການປະຕິບັດແຜນການສັນທາງສັນຕິພາບນັ້ນບໍ່ໄດ້ຮັບຄວາມຄືບຫນ້າດ້ານທາດແທ້ໃດໆ.
ຖະແຫລງການຮຽກຮ້ອງຝ່າຍປາເລັດສຕີນຕັ້ງຫນ້າຊຸກຍູ້ການປະຕິຮູບຄວາມປອດໄພ, ສ້າງລະບອບກົດຫມາຍຄືນໃຫມ່, ແລະທຳການກະກຽມເປັນຢ່າງດີເພື່ອຮັບການຄຸ້ມຄອງແຖບກາຊາ.ຖະແຫລງການຊົມເຊີຍຝ່າຍປາເລັດສຕີນທ່ີໄດ້ທຳຄວາມພະຍາຍາມເພື່ອຈັດການເລືອກຕັ້ງທ້ອງຖີ່ນທ່ີທ່ຽງທຳແລະເສລີພາບ,ທວງໃຫ້ສອງຝ່າຍອິສລະແອນປາເລັດສຕີນເພີ່ມທະວີການຮ່ວມມືເພື່ອເລື່ອງນີ້.
ພ້ອມກັນນັ້ນຖະແຫລງການທວງໃຫ້ລັດຖະບານອິສລະແອນມ້າງຈຸດຕັ້ງຖີ່ນຖານຊາວຢິວທ່ີສ້າງຂຶ້ນຫລັງເດືອນມີນາປີ 2001 ຕາມຄວາມຕ້ອງການໃນແຜນການເສັ້ນທາງສັນຕິພາບ,ແລະເຊົາສ້າງຈຸດຕັ້ງຖີ່ນຖານໃຫມ່ບົນດິນແດນທ່ີຖືກຍຶດຄອງ.
|
|
|