ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-18 16:38:09    
ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ຮ້ອນ​ຄັ້ງ​ທີ 12 ຈັດ​ຂຶ້ນ​ຢູ່​ອາ​ແຕນ(ພາບ)

cri Author: sayvanny


    (ພິທີໄຂງານກິລາໂອລິມປິກຄົນພິການໂລກຄັ້ງທີ 12)

ຕາມ​ຂ່າວ CRI:​ຕອນ​ຄຳ່​ວັນ​ທີ 17 ກັນ​ຍາ​ເວ​ລາ​ທ້ອງ​ຖິ່ນ ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການລະດູ​ຮ້ອນ​ຄັ້ງທີ 12 ​ໄດ້​ຈັດ​ຂຶ້ນ​ຢູ່​ອາ​ແຕນ ນະ​ຄອນ ຫລວງ​ເກຼັກ,ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິ​ການຄັ້ງນີ້​ແມ່ນ​ງານ​ກິລາ​ໃຫຍ່​ໂຕ​ມະ​ໂຫ​ລານ​ຂອງ​ຄົນ​ພິ​ການ​ໃນ​ໂລກ​ຫລັງ​ຈາກ​ງານ​ກິ​ລາ​ໂອ​ລິມ​ປິກ​ອາ​ແຕນ​ລະ​ດູ​ຮ້ອນ.

ພິ​ທີ​ໄຂງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຈັດ​ຂ້ຶນ​ຢູ່​ສະ​ຫນາມ​ກິລິ​ໂອ​ລິມ ປິກ​ຂອງ​ອາ​ແຕນ.​ໃນ​ເວ​ລາ​ກ່າວ​ຄຳ​ອວຍພອນ ທ່ານ​ແກຼວັນ ປະທານ​ຄະນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ​ໄດ້​ຂອບ​ອົກ​ຂອບ​ໃຈ​ອາ​ແຕນ​ທ່ີ​ໄດ້​ທຳ​ການ​ກະກຽມ​ຢ່າງ​ລະ​ອຽດ,ທ່ານ​ເຊື່ອ​ວ່າ​ນັກ​ກິລາ​ຄົນ​ພິ​ການ​ຜ່ານ​ຈາກ​ການ​ແຂ່ງຂັນ​ເທື່ອ​ນີ້​ຈະ​ສະ​ແດງ​ນ້ຳໃຈ​ສູ້​ຊົນ​ທ່ີ​ຫມັ້ນ​ຫນຽວ​ອົນ​ທົນ,ຍ່ອມ​ຈະ​ປຸກ​ລະ​ດົບ​ໃຫ້​ຄົນ​ພ​ິ​ການ​ໃນ​ທົ່ວ​ໂລກ​ເລືອກ​ເອົາ​ເສັ້ນ​ທາງ​ຊີ​ວິດ​ທ່ີ​ຕັ້ງ​ຫນ້າ.

​ໃນ 12 ມື້​,ຈະ​ມີ​ນັກ​ກິ​ລາ​ເກືອບ 4000 ຄົນ​ທ່ີ​ມາ​ຈາກ 136 ປະ​ເທດ​ແລະ​ເຂດ​ແຄວ້ນ​​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ 19 ລາຍ​ການ​ໃຫຍ່.ຄະ​ນະ​ນັກ​ກິລາ​ຄົນ​ພ​ິ​ການ​​ຈີນ​ປະ​ກອບ​ດ້ວຍ 287 ຄົນ,ຈະ​ຮັບ​ປະ​ກັນ​ເປັນ​ທີ 6 ​ໃນ​ຕາ​ລາງ​ຫລຽນ​ຄຳ​,ຍາດ​ແຍ່ງ​ໃຫ້​ຈຳນວນ​ຫລຽນ​ຄຳ​ແລະ​ລຳດັບ​ຫລຽນ​ຈະ​ມີ​ການ​ບຸກ​ທະລຸ,​ເພື່ອ​ສ້າງ​ພື້ນ​ຖານໃຫ້​ການ​ຊິງ​ເອົາ​ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ປີ 2008.


1  2  3