ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-17 18:16:16    
ງານ​ກິລາໂອ​ລິ​ມປິກຄົນ​ພິການ​ລະດູ​ຮ້ອນ​ຄັ້ງ​ທີ12​ຈະ​ຈັດ​ຂຶ້ນ​ຢູ່​ອາ​ແຕນ​ໃນ​ຕອນ​ຄຳ່ວັນ​ທີ17​ກັນຍາ

cri Author: qin

ຕາມ​ຂ່າວCRI, ງານ​ກິລາໂອ​ລິ​ມປິກຄົນ​ພິການ​ລະດູ​ຮ້ອນ​ຄັ້ງ​ທີ12​ຈະ​ຈັດ​ຂຶ້ນ​ຢູ່​ອາ​ແຕນ​ໃນ​ຕອນ​ຄຳ່ວັນ​ທີ17​ກັນຍາ ​ເວລາ​ທ້ອງ​ຖິ່ນ. ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງ​ນີ້​ແມ່ນ​ງານ​ກິ​ລາ​ອັນ​​​ໃຫຍ່​​ໂຕ​ມະ​ໂຫລານ​ຂອງ​ຄົນ​ພິການ​ໃນ​​ໂລກ​ທີ່​ຈັດ​ຂຶ້ນ​ຫຼັງ​ງານ​ກິລາ​ໂອ​ລິ​ມປິກ​ລະ​ດູ​ຮ້ອນ​ອາ​ແຕນ.

ໃນ​​12ມື້​ນີ້,ນັກ​ກິລາ4000​ກວ່າ​ຄົນ​ທີ່​ມາຈາກ140​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ19​ລາຍການ​ໃຫຍ່.ຄະນະຈີນ​ປະກອບ​ດ້ວຍ287​ຄົນ,​ໃນ​ນັ້ນ,ມີນັກ​ກິລາ200​ຄົນ,ນີ້​ແມ່ນຈີນ​ສົ່ງ​ນັກ​ກິລາຫຼາຍ​ກວ່າ​ໝູ່​ໄປ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມ​ປິກ​ຄົນ​ພິການ​ແຕ່​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ1984​ມາ​ນີ້.​ເປົ້າ​ໝາຍ​ແລະ​ໜ້າ​ທີ່​ຂອງ​ຄະນະ​ຈີນ​ແມ່ນ,ຮັບປະກັນ​ຖານະ​ທີ6​ໃນ​ຕາລາງຫຼຽນ​ຄຳ,​ແລະ​​ຫຼໍ່​ຫຼອມ​ຖັນ​ແຖວ​ນັກ​ກິລາ​,​​ເພື່ອ​ສ້າງ​ພື້ນຖານ​ອັນ​ດີງາມ​ໃຫ້​ແກ່​ຈີນ​​ຊິງ​ເອົາ​ຜົນງານ​ທີ່​ສອດຄ່ອງ​ກັບ​ຖາ​ນະ​​ເຈົ້າພາບ​​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ປັກ​ກິ່ງ​ປີ2008.

ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ທີ່ບາ4​ປີ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ,​ແຕ່​ປີ1960​ຮອດ​ປີ2000​ໄດ້​ຈັດ​ເປັນ11​ຄັ້ງ​ແລ້ວ.

ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ຄັ້ງ​ນີ້​ຈະ​ປິດ​​ໃນ​ວັນ​ທີ28​ກັນຍາ.