ນັກກິລາ 3 ພັນກວ່າຄົນຂອງ 127 ຄະນະຜູ່ແທນກິລາໂອລິມປິກຄົນພິການໄດ້ເດີນທາງໄປຮອດອາແຕນ
cri
Author: MO
ຕາມຂ່າວສານຊີນຮວາ: ວັນທີ 15 ກັນຍາ, ນັກຂ່າວໄດ້ຊາບຈາກຄະນະກຳມະການຈັດງານກິລາໂອລິມປິກຄົນພິການອາແຕນວ່າ, ນັບມາຮອດວັນທີ 14 ກັນຍາ, ເວລາທ້ອງຖິ່ນ, ໄດ້ມີຄະນະຜູ່ແທນກິລາໂອລິມປິກຄົນພິການຂອງ 127 ປະເທດແລະເຂດແຄວ້ນເດີນທາງໄປຮອດອາແຕນແລ້ວ, ນັກກິລາທີ່ຂຶ້ນທະບຽນມີ 3 ພັນກວ່າຄົນ.
ງານກິລາໂອລິມປິກຄົນພິການຄັ້ງທີ 12 ຈະຈັດຂຶ້ນຢູ່ອາແຕນໃນວັນທີ 17 ກັນຍາ, ຕາມສະພາບສະໝັກເຂົ້າຮ່ວມ, ກະວ່າຈະມີຄະນະຜູ່ແທນຂອງ 140 ກວ່າປະເທດແລະເຂດແຄວ້ນເຂົ້າຮ່ວມງານກິລາໂອລິມປິກຄົນພິການຄັ້ງນີ້, ຍອດຈຳນວນນັກກິລາລື່ນກາຍ 4 ພັນຄົນ.
|
|