
ຕາມຂ່າວ CRI:ຕອນທ່ຽງຄືນວັນທີ 6 ກັນຍາ ທະຫານອິສລະແອນໄດ້ຍິງລູກສອນໄຟນຳວິຖີຢ່າງຫນ້ອຍ 5 ລູກໃສ່ສູນເຄື່ອນໄຫວແຫ່ງຫນຶ່ງຂອງຂະບວນອິສລາມຕໍ່ຕ້ານຂອງປາເລັດສຕີນຫລືອົງການຮາມາສ໌ ຢູ່ແຖບກາຊາ,ເຮັດໃຫ້ຢ່າງຫນ້ອຍ 14 ຄົນເສຍຊີວິດ, 30 ຄົນບາດເຈັບ.


ຝ່າຍທະຫານອິສລະແອນກ່າວວ່າ, ສູນເຄື່ອນໄຫວດ່ັງ່າກວແມ່ນຄ້າຍເຝິກອົບຮົມຂອງອົງການຮາມາສ໌,ໃນເວລານັ້ນ ສະມາຊິກຝ່າຍທະຫານຂອງຮາມາສ໌ພວມປະຊຸມຢູ່ແຫ່ງນັ້ນ.ແຕ່ໂຄສົກອົງການຮາມານ໌ໄດປະຕິເສດຄຳເວົ້າດ່ັງກ່າວ,ແລະກ່າວວ່າແຫ່ງນັ້ນຄ້າຍພັກລະດູຮ້ອນຊາວຫນຸ່ມຂອງອົງການຮາມາສ໌.
ຕອນຄຳ່ມື້ດຽວກັນ ຜູ່ປະກອບອາວຸດປາເລັສຕີນຈຳນວນຫນຶ່ງເຕົ້າໂຮມກັນຢູ່ນອກໂຮງຫມໍກາຊາ,ຮ້ອງຄຳຂວັນວ່າຈະແກ້ແຄ້ນ.
|