ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-30 15:53:37    
ງານ​ກິລາ​ໂອ​ລິ​ມປິກ​​ລະດູ​ຮ້ອນ​ຄັ້ງ​ທີ28ທ່ີ​ຈັດ​ຂຶ້ນ​ຢູ່​ອາ​ແຕນໄດ້​ອັດລົງ

cri

ຕາມ​ຂ່າວCRI ,ຕອນ​ຄ່ຳ​ວັນ​ທີ 29 ສິງຫາ ​ເວ​ລາ​ທ້ອງ​ຖ່ິນ,ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງ​ທີ 28ທທ່ີ​ຈັດ​ຂຶ້ນຢູ່​ອາ​ແຕນ ນະຄອນຫຼວງ​ເກຼັກເປ​ັນ​ເວລາ 17 ມື້​ນັ້ນ​ໄດ້​ອັງ​ລົງ​ແລ້​ວຢູ່​ສະຫນາມກິລາ​ໂອ​ລິ​ມປິກ​  ນັກ​ກິລາ​ທ່ີ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ນີ້ິ້ລວມມີ 1 ຫມ່ືນ​ກວ່າ​ຄົນ,ມາ​ຈາກ 202 ປະ​ເທດ​ແລະ​ເຂດ​ແຄວ້ນ,ພວກ​ເຂົາ​ເຈົ້າ​ໄດ້​​ແຂ່ງຂັນ​ກັນຢ່າງ​ດຸ​ເດືອດ​ໃນ​ລາຍການ​ແຂ່ງຂັນ​ໃຫຍ່ 28 ລາຍ ການ,ລວມມີ​ນັກ​ກິລາ​ຂອງ 75 ປະ​ເທດ​ແລະ​ເຂດ​ແຄວ້ນ​ຊີງ​ໄດ້​ຫຼຽນ.ຄະນະ​ນັກ​ກິລາ​ອາ​ເມ​ລິ​ກາ ຈີນ​ແລະ​ລັດ​ເຊຍ​ຕ່າງ​ໄດ້​ເປັນ​ທີ​ຫນ່ຶງ ທີ​ສອງ​ແລະ​ທີ​ສາມ​ໃນ​ຕາລາງ​ຫຼຽນ​ຄຳ


ໃນ​ພິທີ​ອັດ​ງານ,ທ່ານ​ນາງ​ອານ​ກີ​ໂລ​​ໂພລົສ  ປະທານ​ຄະນະ​ຈັດ​ຕັ້ງ​​ງານ​ກິລາໂອ​ລິ​ມປິກ​ອາ​ແຕນ​ແລະ​ທ່ານ​ໂລ​ເກີ ປະທານ​ຄະນະ​ກຳມະການ​ງານ​ກິລາ​ໂອ​ລິ​ມປິກ​ສາກົນ​ຕ່າງ​ໄດ້​ກ່າວ​ຄຳ​ປາ​ໄສ,ນາງ​ອານ​ກີ​ໂລ​ໂພ​ລົສກ່າວ​ວ່າ:ສະບາຍດີ,ຕອນ​ຄ່ຳ,ງານ​ກິລາ​ໂອ​ລິ​ມປິກ​ໄດຈັດ​ຂຶ້ນ​ຢູ່​​ບ້ານ​​ເກີດ​ຂອງ​ງານ​ກິລາ​ໂອ​ລິມປິກ​ແລ້ວ​,​ເກຼັກ​ໄດ້​ຢັ້ງຢືນ​ຕໍ່ຊາວ​ໂລກ​ວ່າ,ພວກ​ຂ້າພະ​ເຈົ້າສາມາດ​ສຳ​ເລັດ​ພາລະກິດ​ອັນ​ຍ່ິງ​ໃຫຍ່.​ໃນ​ການ​ແຂ່ງຂັນ​ທ່ີ​ຍືດ​ເຍືອ​ມາ​ເປັນ​ເວລາ 17ມື້,ຂ້າພະ​ເຈົ້າ​ຕ້ອງ​ຂອບ​ໃຈ​ນຳ​ມະຫາ​ຄອບຄົວ​ໂອ​ລິ​ມປິກ,ຍັງ​ຕ້ອງ​ຂອບ​ໃຈ​ນຳ​ທ່ານ​ໂລເກີ ປະທານ​ຄະກຳມະການ​ງານ​ໂອ​ລິ​ມປິກ​ສາກົນ​ແລະ​ທ່ານ​ຊາ​ມາລາ​ນສ໌.


ໃນ​ຄຳ​ປາ​ໄສ,ທ່ານ​ໂລ​ເກີ​ໄດ້​ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ວຽກ​ງານ​ຈັດ​ຕັ້ງ​ຂອງງານ​ກິລາ​ໂອ​ລິ​ມປິກອ​າ​ແຕນ,ກ່າວ​ວ່າ​ນີ້​​ແມ່ນ​ງານ​ກິລາ​ອັນ​ມະ​ໂຫລານທ່ີ​ຈັດ​ຂຶ້ນ​ຢ່າງ​ຈົບງາມທ່ີ​ສຸດ​ຄັ້ງ​ຫນ່ຶງ,ທ່ານ​ໂລ​ເກີ​ກ່າວ​ວ່າ,ຂອບ​ໃຈ​ນຳຄົນ​ທັງຫຼາຍ​ທ່ີ​ສະຫນັບສະຫນູນ​ງານ​ກິລາ​ໂອ​ລິ​ມປິກ,ຂອບ​​ໃຈ​ນຳ​ຜູ່​ອາສາ​ສະຫມັກ​ອັນ​ໄພສານ,ຄວາມ​ສາມາດ​ແລະ​ຄວາມ​ຈູບ​ຈ້າບຂອງ​ພວກ​ເຈົ້າໄດ້​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າ​ເພີດ​ເພ​ີນ​ແລ້ວ,ນີ້​ແມ່ນ​ງານ​ກິລາ​ໂອ​ລິ​ມປິກ​​ເຫມືອມດ່ັງ​ຄວາມ​​ໃຝ່ຝັນ​ທ່ີ​ເຮັດ​ໃຫ້​ຄົນ​ທັງຫຼາຍລືມ​ຍາກ​ຄັ້ງ​ຫນ່ຶງ.


ຈີນ​ໄດ້​ແຕ່ງຄະນະ​ນັກ​ກິລາ​ທ່ີ​ມີ​ຂະຫນາດ​ໃຫຍ່​ກວ່າ​ຫມູ່​ໃນ​ປະຫວັດສາດ​ເຊ່ິງປະກອບ​ດ້ວຍ 633 ຄົນ​ເທ່ືອ​ນີ້,​​ໄດ້​ຮັບ​ຜົນງານ​ທ່ີດີກ​ວ່າ​ຫ​ມູ່​ໃນ​ປະຫວັດສາດ​ຄື​ໄດ້​ຫຼຽນ​ຄຳ 32 ຫຼຽນ ຫຼຽນ​ເງິນ 17 ຫຼຽນ ຫຼຽນ​ທອງ 14 ຫຼຽນ,​ໄດ້​ເປັນ​ທີ​ສອງ​ໃນ​ຕະລາງຫຼຽນ​ຄຳ​ໃນ​ງານ​ກິລາ​ໂອລິ​ມປິກ​​ຄັ້ງ​ທຳ​ອິດ


ໃນ​ພິທີອັດ​ງານ​​ໃນຕອນ​ຄ່ຳ​ວັນ​ທີ 29 ສິງຫາ,ທ່ານ​ວາງ​ຊີ​ຊານ ​ເຈົ້າ​ຄອງ​ກຳ​​​ແພງ​ນະຄອນ​ຫຼວງປັກ​ກ່ິງຂອງ​ຈີນ​ໄດ້​ຕາງຫນ້າ​ປັກ​ກ່ິງ ຕົວ​ເມືອງ​ຮ້ອງ​ຂໍ​​ເປັນ​ເຈົ້າພາບຈັດ​ງານ​ກິລາ​​ໂອລິ​ມປິກປີ 2008,​ໄດ້​ຮັບ​ເອົາ​ທຸງ​ງານ​ກິລາ​ໂອ​ລິ​ມປິກ​ຈາກ​ມືຂອງ​ທ່ານ​ໂລ​ເກີດ ປະທານຄະນະ​ກຳມະການ​ງານ​ກິລາ​ໂອ​ລິ​ມປິກ​ສາກົນ.ພາຍຫຼັງ​ມາ,ບັນດາ​ນັກສະ​ແດງ​ຂອງ​ຈີນ​ໄດ້​ສະ​ແດງ​ສິລະ​ປະກຳ​ເປັນ​ເວລາ 8 ນາ ທີ,ການສະ​ແດງ​ເທ່ືອ​ນີ້​ໄດ້້ສະ​ແດງ​ໃຫ້​ເຫັນ​ປະຫວັດສາດ​ແລະ​ວັດທະນະທຳ​ມາ​ແຕ່​ບູຮານ​ນະ​ການ​ຂອງ​ຂອງ​ປະຊາ​ຊາດ​ຈີນ​ທີ່​ມີ​ຫົວ​ຂໍ້​ທ່ີ​ວ່າ:ຈາກ​ໂອ​ລິ​ມ​ເປຍ​ຮອດ​ກຳ​ແພງ​ຍັກ​ແລະ​ຊົມ​ເຊີນ​ຄົນ​ທັງຫຼາຍ​ໄປ​ທ່ຽວ​ປັກ​ກ່ິງ,ພ້ອມ​ກັນ​ນັ້ນ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມຕັດສິນ​​ໃຈຂອງນະຄອນ​ປັກ​ກ່ິງ​ທ່ີຈະຈັດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ຫນ້າໃຫ້​ດິ