ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-29 22:16:47    
ທ່ານ​ລັອກ​ເກີຍ​້ອງຍໍ​ວຽກ​ງານ​ຈັດ​ຕັ້ງ​ຂອງ​ງານ​ກິລາ​ໂອ​ລິມ​ປິກ​ອາ​ແຕນ​ໃນ​ລະດັບ​ສູງ

cri

ຕາມ​ຂ່າວCRI,ວັນ​ທີ29​ສິງຫາ,​ເວລາ​ທ້ອງ​ຖິ່ນ, ທ່ານ​ລັອກ​ເກີ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ອາ​ແຕນ​ໄດ້​ຍ້ອງຍໍ​ວຽກ​ງານ​ຈັດ​ຕັ້ງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​​ອາ​ແຕນ​ໃນ​ລະດັບ​ສູງ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ກ່ອນ​ພິທີ​ປິດ​ງານ​ກິລາ​ໂອ​ລິ​ມປິກ,ທ່ານ​ລັອກ​ເກີ​ໄດ້​ຍ້ອງຍໍ​ຢ່າງ​​ເຕັມສ່ວນ​ຕໍ່​ວຽກ​ງານອັນດີ​ເດ່ັນ​ຂອງ​ຄະນະ​ກຳ​ມະ​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ແລະ​ການຈັດ​ຕັ້ງ,ຄົມມະນາຄົມ,ການ​ຮັກສາ​ຄວາມ​ປອດ​ໄພ​,ການ​ຕ້ອນຮັບ​ແລະ​ດ້ານ​ອື່ນໆ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ.ທ່ານ​ເຫັນ​ວ່າ,ການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ໜ້າ​ຊົມ,ຜູ່​ຊົມ​ມີ​ຄວາມຈູມ​ຈ້າວ​ຫ້າວຫັນ,ງານ​ກິລາ​ໂອລິ​ມປິກດຳ​ເນີນ​ໄປ​ເປັນ​ຢ່າງດີ.ທັງ​ນີ້​ແມ່ນ​​ແຍກ​ອອກ​ຈາກ​ຄວາມ​ພະຍາຍາມ​ຂອງ​ຝ່າຍ​ເຈົ້າພາບ​ບໍ່​ໄດ້.ງານ​ກິລາ​ໂອ​ລິ​ມປິກ​ໄດ້​​ເຮັ​ດ​ໃຫ້​ທົ່ວ​ໂລກ​ຮັບ​ເບິ່ງລາຍການ​ກິລາ​ທາງ​ໂທລະພາບ​ຢ່າງ​ເປັນ​ກະ​ແສ.ອັນ​ຕາ​ຮັບເບິ່ງ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ນີ້ທາງ​ໂທລະພາບ​​ໄດ້​ສູງ​ກວ່າ​ງານ​ກິລາ​ໂອ​ລິ​ມປິກ​ຊິດ​ນີ​ເມື່ອ4ປີ​ກ່ອນ5%.ຜູ່​ຊົມ​ໃນ​ທົ່ວ​ໂລກ​ມີ​​ເຖິງ4​ຕື້​ກວ່າ​ຄົນ.

ທ່ານ​ລັອກ​ເກີ​ຍັງ​ໄດ້​ຍ້ອງຍໍ​ປະ​ເທດ​ອາຊີ​ທີ່​ມີຈີນ​ເປັນ​ຕົວ​ແທນໄດ້​ຮັບ​ຜົນງານ​ດີ​ເດ່ັນ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ນີ້,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ລະດັບ​ກວມ​ລວມ​ໃນ​ດ້ານ​ກິລາຂອງ​ອາຊີ​ພວມ​ຍົກ​ສູງ​ຂຶ້ນ.