ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-29 20:56:19    
ສ່ື​ມວນ​ຊົນ​ຫວຽດນາມ: ທິມຈີນ​ໄດ້​ເປົ່າ​ແກ​​ຈະ​ຊິງ​ຫຼຽນຄຳ​ຫຼາຍ​ກວ່າ​ຫມູ່​ໃນ​ງານ​ກິລາ​​ໂອ​ລິ​ມປິກ​ປັກ​ກ່ິງ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ 29 ສິງຫາ,ສ່ື​ມວນ​ຊົນ​ຫວຽດນາມ​ໄດ້​ພິມ​ບົດ​ວິຈານຊີ້​ອອກ​ວ່າ,ນັກ​ກິລາ​ຈີນ​ໄດ້​ຮັບ​ຫຼຽນ​ຄຳ​ຫຼາຍ​ຫຼຽນ​ໃນ​ງານ​ກິລາ​ໂອ​ລິ​ມປິກອາ​ແຕນບໍ່​ພຽງ​ແຕ່​ເຮັດ​ໃຫ້​ສະພາບ​ເວທີ​ກິລາ​ຂອງໂລກ​​ປ່ຽນ​ແປງຢ່າງ​ໃຫຍ່​ຫຼວງທໍ່​ນັ້ນ,ຍັງ​ໄດ້​ເປ່ົາ​ແກ​ຈະ​ຊິງ​​ເອົາຫຼຽນ​ຄຳ​​ໃຫ້​ຫຼາຍກວ່າ​ຫມູ່​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກ່ິງ​ປີ 2008


ບົດ​ວິຈານ​ຂອງຫນັງສື​ພິມລາວ​ດົງຫວຽດນາມຂຽນ​ວ່າ,ນັກ​ກິລາ​ຈີນ​ຊິງ​ໄດ້​ຫຼຽນ​ຄຳ​ຫຼື​ຫຼຽນລາງວັນ​ໃນ​ການ​ແຂ່ງຂັນທ່ີ​ກິລາ​ອ່ອນ​ແອ​ມາ​ແຕ່​ເດີມ​ຫຼາຍ​ລາຍ,​ອັນໄດ້ມີການ​ບຸກທະລຸ​ຢ່າງ​ເປັນປະຫວັດການ,ຜົນງານ​ເຫຼົ່າ​ນີ້​ພຽງ​ແຕ່​ເປັນ​ຊ້ອມຢ່າງ​ຫນ້າ​ຊົມ​ກ່ອນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກ່ິງ​ປີ 2008 ຈະ​ມາ​ເຖິງ


ບົດ​ວິຈານ​ຊີ້​ອອກວ່າ,ນັກ​ກິລາ​ທ່ີ​ມີ​ຊ່ື​ສຽງ​ຂອງ​ຈີນ​ຫຼາຍ​ຄົນ​ໄດ້​ຫຼີກ​ທາງ​ໃຫ້​ຜູ່ຫມູ່​​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ,​ເຮັດ​ໃຫ້​ດາລາ​ໃນ​ອະນາຄົດ​ທ່ີ​ມີ​ພູມ​ປັນຍາເຫຼົ່າ​ນີ້​ໄດ້​ມີໂອກາດ​ເຝິກ​ແອບ​ອັນປະ​ເສີດ

ບົດ​ວິຈານ​ຂອງ​ຫນັງສືພິມຢາຍ​ຟອງ​ໄຊ​ງ່ອນຂຽນ​ວ່າ,​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ,ຈຳນວນ​ຫຼຽນ​ຄຳ​ຂອງ​ທິມຈີນ​ຖັດຈາກ​ທິມອາ​ເມ​ລິ​ກາ​​,​ຢູ່​ໃນ​ອັນ​ດັບ​ທີ​ສອງ,​ໄດ້​ກາຍ​ເປັນ​​ປະ​ເທ​ດ​ແຂັ້ມ​ແຂງ​ປະ​ເທດ​ຫນ່ຶງ​ດ້ານ​ກິລາຂອງ​ໂລກ​ແລ້ວ