ຕາມຂ່າວCRI,ຕອນຄຳ່ວັນທີ29ສິງຫາ ເວລາທ້ອງຖິ່ນ ຢູ່ສູນກິລາໂອລິມປິກທີ່ອາແຕນນະຄອນຫຼວງເກຼັກ,ງານກິລາໂອລິມປິກລະດູຮ້ອນສະໄໝທີ28ຈະຈັດພິທີປິດງານລົງ.
ງານກິລາໂອລິມປິກສະໄໝນີ້ແມ່ນຈັດຂຶ້ນໃນວັນທີ13ສິງຫາ,ນັກກິລາ1ໝື່ນກວ່າຄົນທີ່ມາຈາກ202ປະເທດແລະເຂດແຄວ້ນໄດ້ເຂົ້າຮ່ວມການແຂ່ງຂັນ28ລາຍການໃຫຍ່.ມີ75ປະເທດແລະເຂດແຄວ້ນໄດ້ຮັບຫຼຽນລາງວັນ.ໃນການລຽງລຳດັບຫຼຽນລາງວັນ.ຄະນະນັກກິລາອາເມລິກາໄດ້ທີໜຶ່ງ,ຄະນະນັກກິລາຈີນທີສອງແລະຄະນະນັກກິລາລັດເຊຍທີສາມ.
ໃນງານກິລາໂອລິມປິກຄັ້ງນີ້,ຈີນໄດ້ແຕ່ງຄະນະນັກກິລາທີ່ປະກອບດ້ວຍ600ກວ່າຄົນເຊິ່ງມີຂະໜາດໃຫຍ່ກວ່າໝູ່ໃນປະຫວັດສາດ,ໄດ້ຮັບຜົນງານດີທີ່ສຸດໃນປະຫວັດສາດຄືໄດ້ຫຼຽນຄຳ31ຫຼຽນ,ຫຼຽນເງິນ17ຫຼຽນ,ແລະຫຼຽນທອງ14ຫຼຽນ.ແລະໄດ້ເຂົ້າແທນລັດເຊຍເປັນທີສອງໃນການລຽງລຳດັບຫຼຽນ.
ເວລາ9ໂມງ15ນາທີຂອງຕອນຄຳ່ວັນທີ29ສິງຫາ,ເວລາທ້ອງຖິ່ນ,ງານກິລາໂອລິມປິກຄັ້ງນີ້ຈະຈັດພິທີປິດງານ.ທ່ານວາງສີຊານ ເຈົ້າຄອງກຳແພງນະຄອນປັກກິ່ງຈະຕາງໜ້ານະຄອນປັກກິ່ງ ນະຄອນເຈົ້າພາບຈັດງານກິລາໂອລິມປິກລະດູຮ້ອນສະໄໝໜ້າ,ຮັບເອົາທຸກງານກິລາໂອລິມປິກຈາກມືທ່ານລັອກເກີປະທານຄະນະກຳມະການໂອລິມປິກສາກົນ.ຫຼັງຈາກນັ້ນ,ນັກສະແດງຈີນຈະສະແດງລາຍການສິນລະປະກຳທີ່ມີສີສັນພິເສດຂອງຈີນທີ່ສຸດເປັນເວລາ8ນາທີຕໍ່ທົ່ວໂລກ,ສະແດງຄວາມຕັດສິນໃຈຢ່າງເດັດດ່ຽວຂອງນະຄອນປັກກິ່ງທີ່ຈະຈັດງານກິລາໂອລິມປິກສະໄໝໜ້າໃຫ້ດີ.
|