ຕາມຂ່າວCRI,ວັນທີ27ສິງຫາ,ເວລາທ້ອງຖິ່ນ,ງານກິລາໂອລິມປິກອາແຕນໄດ້ກ້າວເຂົ້າສູ່ມື້ທີ14,ໄດ້ຊິງມີຫຼຽນຄຳກັນ20ຫຼຽນ.ໃນລາຍການກິລາແລ່ນແລະລານ,ເຊິ່ງເປັນລາຍການທ່າອ່ອນຂອງຄະນະນັກກິລາຈີນ,ນັກກິລາຈີນຊິງໄດ້ຫຼຽນຄຳສອງຫຼຽນຢ່າງເປັນໜ້າດີໃຈ.ໃນການແຂ່ງຂັນແລ່ນຂ້າມຮົ້ວ110ແມັດເພດຊາຍທີ່ຖືກນັກກິລາເອີລົບແລະອາເມລິກາຜູກຂາດຕະຫຼອດມານັ້ນ,ທ້າວລິວສຽງ ນັກກິລາຈີນຊິງໄດ້ຫຼຽນຄຳ,ຊຶ່ງເປັນການບຸກທະລຸທີ່ນັກກິລາຈີນບໍ່ເຄີຍໄດ້ຫຼຽນຄຳຈັກເທື່ອໃນລາຍການແລ່ນສັ້ນໃນກິລາແລ່ນແລະລານຂອງງານກິລາໂອລິມປິກ.

ທ້າວລິວສຽງໃນເວລາການແຂ່ງຂັນ
ໃນການແຂ່ງຂັນແລ່ນຂ້າມຮົ້ວ110ແມັດ,ພໍເລີ່ມຕົ້ນ,ທ້າວລິວສຽງກໍໄດ້ນຳໜ້າໂດຍຕະຫຼອດ,ໃນທີ່ສຸດຊິງໄດ້ແຊມປຽນດ້ວຍຜົນງານ12ວິນາທີ91,ສະເໝີກັບສະຕິຖິໂລກທີ່ທ້າວແຈັກເຊິນໂຄລິນ ນັກກິລາອັງກິດໄດ້ຄອງມາ11ປີ.ນີ້ກໍແມ່ນຫຼຽນຄຳກິລາແລ່ນແລະລານຫຼຽນທຳອິດທີ່ນັກກິລາເພດຊາຍຂອງຈີນຊິງໄດ້ໃນງານກິລາໂອລິມປິກທຸກສະໄໝທີ່ຜ່ານມາ.

ຫຼັງໄດ້ຊະນະໃນການແຂ່ງຂັນ

ນາງສິງຮຸ້ຍນ້າສະຫຼອງການໄດ້້ຊະນະ
ຈາກນັ້ນພຽງ55ນາທີ,ນາງສິງຮຸ້ຍນ້ານັກກິລາແລ່ນໄລຍະກາງແລະຍາວຂອງຈີນກໍຊິງໄດ້ຫຼຽນຄຳອີກຫຼຽນໜຶ່ງມາໃຫ້ຄະນະນັກກິລາຈີນ.ໃນການແຂ່ງຂັນແລ່ນ10000ແມັດເພດຍິງ,ນາງສິງຮຸ້ຍນ້າທີ່ຫຼ້າຫຼັງໄດ້ແລ່ນຂຶ້ນໜ້າ,ເອົາຊະນະນັກກິລາເກັ່ງຫຼາຍຄົນເຊິ່ງລວມທັງນາງທູລູເດລາຕູນັກກິລາເອຕີໂອປີ,ຜູ່ໄດ້ຫຼຽນຄຳແລ່ນ1ໝື່ນແມັດເພດຍິງໃນງານກິລາໂອລິມປິກສອງສະໄໝ.
1 2
|