ຕາມCRI ,ວັນທີ 23 ສິງຫາ,ຢູ່ເມືອງແມັກຊີໂກ,ຜູ່ຕາງຫນ້າຊາວຈີນຕ່າງດ້າວທ່ີອາໄສຢູ່ແມັກຊິກໄດ້ຈັດງານສົນທະນາ,ລະລຶກວັນຄ້າຍວັນເກີດຂອງທ່ານເຕິ້ງສຽວຜິງ ຜູ່ນຳຈີນທ່ີລ່ວງລັບໄປແລ້ວຄົບຮອບ 100 ປີ.
ໃນງານສົນທະນາ,ຜູ່ຮ່ວມປະຊຸມໄດ້ຍ້ອງຍໍນະໂຍບາຍປະຕິຮູບແລະໄຂປະຕູສູ່ພາຍນອກໄດ້ເຮັດໃຫ້ຈີນມີການປ່ຽນແປງຢ່າງໃຫຍ່ຫຼວຢ່າງສົມອົກສົມໃຈຕາມປະສົມການ,ສັນລະເສີນດ້ວຍຕວາມກະຕືລືຕົ້ນຕໍ່ການອຸອິດອັນດີເລີດຂອງທ່ານເຕິ້ງສຽງຜິງໃນຖານເປັນນາຍຊ່າງໃຫຍ່ອອກແບບແຫ່ງການປະຕິຮູບແລະໄຂປະຕູສູ່ພາຍນອກແລະການສ້າງສາທັນສະໄຫມຂອງຈີນ.ພວກທ່ານກ່າວວ່າ,ຊາວຈີນຕ່າງດ້າວທ່ີອາໄສຢູ່ພົ້ນທະເລໄດ້ຮູ້ສຶກເບີກບານມ່ວນຊ່ືນຕໍ່ກຳລັງສັງລວມຂອງປະເທດຊາດໄດ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ,ແລະຄອງຄອຍທຳຄວາມພະຍາຍາມຂອງຕົນເພ່ືອປະກອບສ່ວນເຂົ້າໃນພາລະກິດທັນສະໄຫມຂອງປະເທດຊາດແລະພາລະກິດໂຮມປະເທດຊາດເຂົ້າເປັນເອກະພາບກັນ
|