ແຜ່ນດິນໄຫວເມືອງເວີ້ນຊ່ວນແຂວງເສສວນໄດ້ເຮັດໃຫ້68.858ຄົນເສຍຊີວິດ
cri
ຕາມຂ່າວCRI,ວັນທີ30ພຶດສະພານີ້,ໂດຍໄດ້ຮັບການມອບສິດຈາກກອງບັນຊາການໃຫຍ່ຕ້ານແລະກູ້ໄພແຜ່ນດິນໄຫວຂອງລັດຖະບານຈີນ,ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ເປີດເຜີຍວ່າ,ນັບມາຮອດ12ໂມງວັນທີ30ພຶດສະພານີ້,ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເມືອງເວີ້ນຊ່ວນໄດ້ເຮັດໃຫ້68.858ຄົນເສຍຊີວິດ,366.000ກວ່າຄົນບາດເຈັບ,18.618ຄົນຫາຍສາບສູນ.ໄດ້ຍົກຍ້າຍແລະຈັດວາງ15.140.000ກວ່າຄົນໂດຍດ່ວນ.ນັບລວມແລ້ວ,ຜູ່ປະສົບໄພມີ45.540.000ກວ່າຄົນ.
ນັບມາຮອດເວລາ12ໂມງວັນທີ30ພຶດສະພານີ້,ອົງການປົກຄອງຂັ້ນຕ່າງໆໄດ້ໃຊ້ງົບປະມານເພື່ອກູ້ໄພແຜ່ນດິນໄຫວ22ຕື້400ລ້ານກວ່າຄົນ.ທົ່ວປະເທດໄດ້ຮັບເງິນບໍລິຈາກແລະເຄື່ອງຊ່ວຍເຫຼືອຈາກວົງການຕ່າງໆພາຍໃນປະເທດແລະຕ່າງປະເທດຕົກເປັນເງິນ39ຕື້900ກວ່າຢວນ.
|
|