ທ່ານເວີ່ນເຈຍປາວເດີນທາງໄປຮອດເມືອງມຽນຢາງແຂວງເສສວນບັນຊາການກູ້ໄພ
cri
Author: cai
ຕາມຂ່າວສານຊີນຮວາ:ຕອນບ່າຍວັນທີ 22 ພຶດສະພານີ້,ທ່ານເວີ່ນເຈຍປາວ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ ນາຍົກລັດຖະມົນຕີຈີນ ຜູ້ບັນຊາການໃຫຍ່ກອງບັນຊາການຕ້ານໄພແຜ່ນດິນໄຫວຂອງລັດຖະບານຈີນໄດ້ຂີ່ຍົນພິເສດເດີນທາງໄປຮອດເມືອງມຽນຢາງແຂວງເສສວນ,ບັນຊາການກູ້ໄພ.ເມື່ອຮອດເມືອງມຽນຢາງແລ້ວ,ທ່ານໄດ້ປ່ຽນຂີ່ຍົນເຮລິກົບໄປສຳຫຼວດຢູ່ເວີງນ້ຳຫົ້ງພູຖາງເຈ່ຍຊ່ານໃນທັນທີ,ບັນຊາວຽກງານກູ້ໄພ.
|
|