ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-19 18:46:30    
ຜູ້ນຳ​ສູນ​ກາງ​ຮ່ວມ​ກັນ​ກັບ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ​ໄວ້​ອາ​ໄລ​ເຖິງ​ຜູ້​ເສຍ​ຊີ​ວິດ​ໃນ​ແຜ່ນ​ດິນ​ໄຫວ​ແຮງ​ຢູ່​ເວີ້​ນ​ຊ່ວນ​ແຂວງ​ເສ​ສວນ

cri Author: d
ຕາມ​ຂ່າວCRI, ​ເວລາ14​ໂມງ28​ນາທີ​ວັນ​ທີ19​ພຶດສະພາ​ນີ້, ທ່ານ​ຫູ​ຈີນ​ທາວ, ທ່ານ​ຈ່ຽງ​ເຈີ​ມິນ, ທ່ານ​ອູ​ປາງ​ກົວ, ທ່ານ​ເວີ່ນ​ເຈຍ​ປາວ, ທ່ານ​ເຈຍ​ຊິງ​ລິນ, ທ່ານ​ຫຼີສາງ​ຊຸນ, ທ່ານ​ຊີ​ຈິ້ນ​ພິງ,ທ່ານ​ຫຼີ​ເຄີ​ຊຽງ, ທ່ານ​ເຮີ້​ກົວ​ສຽງ​, ທ່ານ​ໂຈ​ວ່ຢົງ​ຄ່າງ​ແລະ​ທ່ານ​ອື່ນໆ​ໄດ້​ພ້ອມ​ກັບ​ປະຊາຊົນ​ບັນດາ​ເຜົ່າ​ໃນທົ່ວ​ປະ​ເທດ​ຢືນ​ສະຫງົບ​ນີ້​ງກົ້ມ​ຫົວ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ຜູ້​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​​ເວີ້​ນຊ່ວນ​ແຂວງເສ​ສວນ.

ຕອນ​ຂ້ອນ​ແຈ້ງວັນ​ທີ19​ພຶດສະພາ​ນີ້, ຢູ່​ສະໜາມ​ຫຼວງທ່ຽນ​ອ່ານ​​ເມີນ ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ຫຼັງ​ຈາກ​ໄດ້​ຊັກ​ທຸງ​ຊາດຂຶ້ນ​ຢູ່​ຍອດ​ເສົາແລ້ວ​​ ກໍ່​ໄດ້ຊັກ​ທຸງລົງເຄິ່ງ​ເສົາ, ​ເພື່ອສະ​ແດງ​ຄວາມ​ໄວ້ອາ​ໄລ​ອັນ​ເລິກ​ເຊິ່ງຂອງ​ປະຊາຊົນ​ເຜົ່າ​ຕ່າງໆ​ທົ່ວ​ປ​ະ​ເທດ​ຈີນຕໍ່​​ຜູ່ເສຍ​ຊີວິດ​ໃນ​ໄພ​ແຜ່ນດິນ​ໄຫວ​.

ຕອນ​ເຊົ້າມື້​ດຽວ​ກັນ ຢູ່​ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທູຕາ​ນູທູດຂອງ80ປະ​ເທດ​ປະຈຳ​ຈີນ​ແລະ​ຜູ່​ຕາງໜ້າ​ອົງການ​ຈັດຕັ້ງສາກົນໄວ້ອາ​ໄລ​ຜູ່​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​ແຮງ.

ຕອນ​ເຊົ້າ​ມື້​ດຽວ​ກັນ,ສະຖານ​ທີ່​ສຳຄັນຊຶ່ງລວມທັງ​ອົງການ​ປົກຄອງ​ແລະໂຮງຮຽນ​​ເປັນ​ຕົ້ນ​ຂອງ​ເຂດ​ພິ​ເສດ​ຮົງ​ກົງແລະມາ​ກາວກໍ່​ໄດ້ຊັກ​ທຸງຊາດລົງ​ເຄິ່ງ​ເສົາ​​​ເຊັ່ນ​ກັນ.

ນັບ​ມາຮອດ​ເວລາ 12 ​ໂມງ​ວັນ​ທີ 19 ພຶດສະພານີ້,​ແຜ່ນດິນ​ໄຫວ8ລິກ​ເຕີ​​ທີ່​ເກີດ​ຂຶ້ນຢູ່​ເມືອງ​ເວີ້​ນຊ່ວນ​ແຂວງ​ເສ​ສວນ​ໄດ້​ເຮັດ​ໃຫ້​​ແຫ່ງ​ຕ່າງໆ​ເຊັ່ນ:​ແຂວງ​ເສ​ສວນ ​ແຂວງ​ກັ່ນ​ຊູ່​ ​ແຂວງ​ສານ​ຊີ່​ ນະຄອນ​ຈຸ​ງກິ​ງ ​ແຂວງ​ຢຸນນານ ​ແຂວງ​ຫູ​ເປ ​ແຂວງ​​ເຫີ​ນານ ​ແຂວງ​ຫູ​ໜານ​ແລະ​ບ່ອນ​ອື່ນໆມີ​ຜູ່​ເສຍ​ຊີວິດ  3 ຫມື່ນ 4 ພັນ 73 ຄົນ, ​ບາດ​ເຈັບ​ຫຼາຍ​ກວ່າ 2 ​ແສນ 4 ຫມື່ນ​ຄົນ. ລັດຖະບານ​ຈີນ​ໄດ້ຕົກລົງ​ວ່າ,​ນັບແຕ່​ວັນ​ທີ 19 ຫາ​ວັນ​ທີ 21 ພຶດສະພາ​ນີ້​​ແມ່ນວັນ​ໄວ້ອາ​ໄລ​ຂອງ​ທົ່ວ​ປະ​ເທດ,​ໃນ​ໄລຍະ​ນີ້,ຈ​ະຢຸດການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ຢູ່​ຈີນຊົ່ວຄາວ​.ອົງການ​ໃນ​ທົ່ວ​ປະ​ເທດ​ແລະ​ອົງການ​ຈັດຕັ້ງຂອງຈີນ​ປະຈຳ​ຕ່າງ​ປ​ະ​ເທດ​ກໍ່ຊັກ​ທຸງລົງເຄິ່ງ​ເສົາເພື່ອສະ​ແດງ​ຄວາມ​ໄວ້ອາ​ໄລ​,ຢຸດ​ເຊົາ​ການ​ເຄື່ອນ​ໄຫວ​ບັນ​ເທີ​ງສາທາລະນະ.