ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-19 17:07:56    
ເຮືອ​ບັກ​ອິນ​ໂດ​ເນ​ເຊຍ​ໄຟ​ໄໝ້​​ຈົມ​ນ້ຳ ຜູ້​ໂດຍສານ​ 700 ກວ່າ​ຄົນ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ

cri

ຕາມ​ຂ່າວສານ​ຊິນ​ຮວາ: ​ເວລາ 14 ​ໂມງ​ວັນ​ທີ 18 ພຶດສະພາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ​ເຮືອ​ບັກ​ອິນ​ໂດ​ເນ​ເຊຍ​ລຳ​ໜຶ່ງ​ເກີດ​ໄຟ​ໄໝ້​ຈົມ​ນ້ຳ​ຢູ່​ນ້ຳ​ເມັນ​ທາ​ຢາ​ແຂວງ​ກາ​ລິ​ມັນ​ຕັນ​ກາງຂອງ​ອິນ​​ໂດຍ​ເນ​ເຊຍ, ຜູ້​ໂດຍສານ 700 ກວ່າ​ຄົນ​​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ແລ້ວ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທ້ອງ​ຖິ່ນ​ກ່າວ​ວ່າ, ​ໄຟ​ໄໝ້​ແມ່ນ​ເກີດ​ຂຶ້ນຢູ່​ຊັ້ນ​ສອງ​ຂອງ​ຫ້ອງ​​ເຮືອ​ບັກ, ​ແຕ່​ສາຍ​ເຫດ​ລະອຽດ​ທີ່ເກີດ​ໄຟ​ໄໝ້​ຍັງພວມ​ສຳ​ຫຼວດຢູ່. ທ່ານ​ກ່າວ​ວ່າ, ຜູ້​ໂດຍສານ​ທີ່ຂຶ້ນ​ທະບຽນ​ມີ 712 ຄົນ, ​ແຕ່​ທີ່​ຈິງ​ແລ້ວ​ຫຼາຍ​ກວ່ານັ້ນ. ຜູ້​ເຫັນ​ເຫັດ​ການໄດ້​ເຫັນ​ຜູ້​ໂດຍສານ​ຫຼາຍ​ຮ້ອຍ​ຄົນ​ພະຍາຍາມ​ໜີ​ຕາຍຈາກ​ເຮືອ​ບັກ, ​ແຕ່​ມີບາງ​ຄົນ​ໄດ້ຮັບ​ບາດ​ເຈັບ​ໃນ​ເວລາ​ໜີ​ຕາຍ.