ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-19 16:29:19    
ເວທີ​ປຶກສາ​ຫາລືອົງການຮ່ວມ​ມື​ຊຽງ​ໄຮ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຜູ່​ເສຍ​ຊີວິດ​​ໃນ​​ແຜ່ນດິນ​ໄຫວ​ເວິ້ນຊ່ວນຂອງ​ເຊ​ສວນ

cri

ຕາມ​ຂ່າວ​ສານຊິນ​ຮວາ:ວັນທີ19 ພຶດສະພາ​ນີ້,​ໃນ​ກອງ​ປະຊຸມ​​ເທື່ອ​ທີ3ຂອງ​ເວທີ​ປຶກສາ​ຫາລືອົງການ​ຮ່ວມ​ມື​ຊຽງ​ໄຮ້,ຜູ່​​ແທນ​ຂອງປະ​ເທດ​ສະມາຊິກ​ແລະ​ປະ​ເທດ​ສັງ​ເກດ​ການ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ກົ້ມ​ຫົວສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຜູ່​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​ເວິ້ນຊ່ວນ​ແຂວງ​ເຊ​ສວນຈີນ,​ແລະ​ກ່າວ​ວ່າ,​ເດັດດ່ຽວ​ສະໜັບສະໜູນ​ວຽກ​ງານ​ຕ້ານ​​​ແຜ່ນດິນ​ໄຫວ​ກອກ​ກູ້​ໄພ​ຂອງ​ລັດຖະບານ​ຈີນ.

ໃນ​ມື້​ດຽວ​ກັນ,ກອງ​ປະຊຸມ​ເທື່ອ​ທີ3ຂອງ​ເວທີ​ປຶກສາ​ຫາລືອົງການຮ໋ວມມື​ຊຽງ​ໄຮ້​​ໄດ້ຈັດຂຶ້ນ​ຢູ່​ປັກ​ກິ່ງ.ກ່ອນ​​ໄຂກອງ​ປະຊຸມ​,ຜູ່​ເຂົ້າ​ຮ່ວມ​ກອງ​ປະຊຸມ100ກວ່າ​ຄົນ​ລ້ວນ​ແຕ່​ຢືນ​,ກົ້ມ​ຫົວ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ1ນາທີ​ຕໍ່​ຜູ່​​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​ເວິ້ນຊ່ວນ.ທ່ານ​ຟຼາດີ​ມີ ຈາ​ຄາ​​ໂຣຟ ​ຮອງ​ເລຂາທິການ​ໃຫຍ່​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ກ່າວ​ວ່າ,ທ່ານປະທານຫູ​ຈີນ​ທ່າວ​ແລະ​ທ່ານ​ນາຍົກລັດຖະມົນຕີ​ເວິ່ນ​ເຈ່ຍ​ປາວ​ໄປ​ແນວ​ໜ້າ​ຖາມ​ຂ່າວ​ມວນ​ຊົນ​ທີ່ປະສົບ​ໄພ​​,ຊີ້​ນຳ​ວຽກ​ງານ​ຕ້ານ​ແຜ່ນດິນ​ໄຫວ​ກອບ​ກູ້​ໄພ​ຢ່າງ​ມີ​ກຳລັງ​ແຮງ,​​ໄດ້​ມີ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງຕໍ່ປະຊາ​ຄົມ​ໂລກ.​ເຊື່ອ​ວ່າ​ພາຍ​ໃຕ້​ການ​ນຳພາອັນ​ເຂັ້ມ​ແຂງ​ຂອງ​ລັດຖະບານ,ປະຊາຊົນ​ຈີນ​ສາມາດ​ເອົາ​ຊະນະ​ໄພ​ແຜ່ນດິນ​ໄຫວ​ອັນໜັກໜ່ວງ​ນີ້ຢ່າງ​ແນ່ນອນ.