
ຕາມຂ່າວCRI,ວັນທີ17ພຶດສະພານີ້,ຢູ່ທີ່ປັກກິ່ງ,ທ່ານເວິ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ເປັນປະທານຈັດກອງປະຊຸມກອງບັນຊາການ ກູ້ໄພແຜ່ນດິນໄຫວ,ທ່ານກ່າວຢ້ຳວ່າ,ວຽກງານກອບກູ້ຊີວິດແມ່ນຢຸດເຊົາບໍ່ໄດ້,ຂໍແຕ່ຮູ້ວ່າຍັງມີຊີວິດກໍ່ຈະຕ້ອງໃຊ້ທຸກວິທີເພື່ອຊ່ວຍເຫຼືອຢ່າງສຸດຄວາມສາມາດ.

ທ່ານເວິ່ນເຈ່ຍປາວກ່າວວ່າ,ຢູ່ເຂດປະສົບໄພຮ້າຍແຮງແລະບ່ອນທີ່ກອງຊ່ວຍເຫຼືອຫາກໍ່ໄປເຖິງນັ້ນ,ຕ້ອງເພີ່ມຄວາມແຮງໃນການກູ້ໄພ.ນອກນີ້,ຕ້ອງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ່ປະສົບໄພໃຫ້ດີ,ກັບມ້ຽນສົບຜູ່ເສຍຊີວິດໃຫ້ດີ.ທ່ານເວິ່ນເຈ່ຍປາວຍັງກ່າວວ່າ,ຕ້ອງເຮັດວຽກປ້ອງກັນພະຍາດຢູ່ເຂດປະສົບໄພໃຫ້ດີຢ່າງແທ້ຈິງ.ຄວບຄຸມລາຄາສິນຄ້າໃນຕະຫຼາດເຂດປະສົບໄພໃຫ້ໝັ້ນທ່ຽງ,ປ້ອງກັນຢ່າງເຄັ່ງຄັດບໍ່ໃຫ້ມີການທຳລາຍຍ້ອນແຮງສັ່ນສະເທືອນຕາມມາແລະຜົນສະທ້ອນດ້ານຕ່າງໆທີ່ອາດຈະເກີດຂຶ້ນຕິດຕາມມາ.
|