ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-17 19:01:07    
ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ໃນ​ໄພ​ແຜ່ນ​ດິນ​ໄຫວ​ແຂວງ​ເສ​ສວນ​ຈີນ​ເພິ່ມ​ສູງ​ຂຶ້ນ​ເຖິງ​2​ໝື່ນ​8​ພັນ​881​ຄົນ

cri

ຕາມ​ຂ່າວCRI: ນັບ​ມາ​ຮອດ​14​ໂມງ ວັນ​ທີ17​ພຶດສະພາ​ນີ້, ​ໄພແຜ່ນດິນ​ໄຫວ​ແຂວງ​ເສ​ສວນ​ຈີນ​ໄດ້​ເຮັດ​ໃຫ້2ໝື່ນ8ພັນ881​ຄົນ​ເສຍ​ຊີວິດ, ​ເກືອບ2​ແສນ​ຄົນ​ບາດ​ເຈັບ.

ຕາມການ​ມອບ​ສິດ​ໂດຍ​ກອງ​ບັນຊາການ​ຕ້ານ​ໄພ​ແຜ່ນ​ດິນ​ໄຫວ​ຂອງ​ລັດ​ຖະບານ​ຈີນ, 16​ໂມງ ວັນ​ທີ17​ພຶດສະພາ​ນີ້, ຫ້ອງການ​ຖະ​ແຫຼ​ງຂ່າວ​ຄະນະ​ລັດຖະບານຈີນ​ໄດ້ປະ​ກາດສະ​ພາບຫ້ຼາສຸດ​ຂອງວຽກ​ງານຕ້ານໄພ​ແຜ່ນດິນໄຫວ​ເວີ້ນຊວນ ແຂວງ​ເສສວນ. ທ່ານກົວ​ເວີ້ຍ​ມີນ ຫົວໜ້າ​ກົມຂ່າວ​ຂອງ​ຫ້ອງການ​ຖະ​ແຫຼງ​ຂ່າວ​ຄະນະ​ລັດຖະ​ບານຈີນ​ກ່າວວ່າ, ປັດຈຸບັນ, ກອງທະ​ຫານຕ້ານ​ໄພແຜ່ນ​ດິນໄຫວ​ໄດ້ຍ້າຍ​ຈຸດໜັກ​ວຽກງານ​ໄປສູ່​ຊົນນະບົດ, ຍາດເວລາ​ດຳເນີນ​ການກອບກູ້

ທ່ານກ່າວ​ວ່າ, "ປັດ​ຈຸບັນ, ຢູ່ເຂດ​ປະສົບ​ໄພບໍ່ໄດ້​ເກີດສະພາບໂຣກລະບາດໃຫຍ່ ແລະ ເຫດການ​ສາທາ​ລະ​ນະ​ສຸກ​ຢ່າງ​ກະ​ທັນ​ຫັນ. ພື້ນຖານ​ໂຄງລ່າງ​ຂອງ​ເຂດປະສົບ​ໄພ​ໄດ້ຟື້ນຟູ​ເທື່ອລະກ້າວ, ການ​ສະໜອງວັດ​ຖຸສິ່ງ​ຂອງ​ກໍ່ໝັ້ນ​ທ່ຽງ. ນັບມາຮອດ​ວັນທີ16​ພຶດ​ສະ​ພານີ້, ຕົວ​ເມືອງ​ປະສົບ​ໄພ70%ຂອງ​ແຂວງ​ເສ​ສວນ​ໄດ້​ຟື້ນ​ຟູ​ສະໜອງ​ນ້ຳຊົ່ວຄາວ​ໃນ​ຂັ້ນ​ພື້ນຖານ, ​ແຕ່​ການ​​ໃຊ້​ນ້ຳຂອງ1​ລ້ານ4​ແສນຄົນຍັງ​ມີ​ບັນຫາ​ຢູ່."

ບົດ​ລາຍ​ງານ​ຂອງກະຊວງ​ສາທາລະນະ​ສຸກ​ຈີນ​ຂຽນ​ວ່າ, ນັບ​ມາ​ຮອດ20​ໂມງ ວັນ​ທີ16​ພຶດສະພາ​ນີ້, ລວມມີພະນັກງານ​ການ​ແພດ3​ໝື່ນ4​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ປິ່ນປົວ​ພະຍາດ ​ແລະ ປ້ອງ​ກັນ​ພະຍາດ​ຢູ່​ເຂດ​ປະສົບ​ໄພ.

ນອກ​ນີ້, ກອງ​ກອບ​ກູ້​ສາກົນທີ່​ມາ​ຈາກ ຍີ່​ປຸ່ນ, ຣັດ​ເຊຍ,ສ.​ເກົາຫຼີ ​ແລະ ສິງກະ​ໂປ​ໄດ້​ເດີນທາງ​ໄປ​ຮອດ​ເຂດ​ປະສົບ​ໄພ, ​ແລະດຳ​ເນີນ​ການ​ກອບ​ກູ້.