ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-17 11:40:34    
ຜູ້​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ​ມີ​ເຖິງ​22069​ຄົນ​ແລ້ວ

cri
ຕາມ​ຂ່າວສານ​ຊີ​ນຮວາ, ຕາມຕົວ​ເລກ​ຫຼ້າ​ສຸດ​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ, ນັບ​ຮອດ14​ໂມງ​ຂອງ​ວັນ​ທີ16ພຶດສະພາ​ນີ້, ຜູ້​ເສຍ​ຊີວິດ​ໃນ​​ເຫດການແຜ່ນດິນ​ໄຫວ​ແຂວງ​ເສ​ສວນ​ມີ​ເຖິງ22069ຄົນ, ຜູ້​ບາດ​ເຈັບ​ມີ​ເກືອບ1​ແສນ7ໝື່ນ​ຄົນ. ປະຈຸ​ບັນ, ນາຍ​ແລະ​ພົນທະຫານ ຕຳຫຼວດ​ທີ່​ພວມ​ກູ້​ໄພ​ບໍ່​​ໄດ້ເອົາ​ຫົວຊາ​ຕໍ່ຄວາມ​ອິດ​ເມື່ອຍ, ​ເຮັດ​ວຽກ​ຕິດທັງ​ເວັນ​ທັງ​ຄືນຫຼາຍ​ມື້, ​ເພື່ອ​ກອບ​ກູ້​ຊີວິດຂອງ​ຜູ້​ທີ່​ຍັງ​ຕິດ​ຄ້າງ​ຢູ່​ໃນ​ຊາກ​ຕຶກ​ອາຄານ​ທີ່​ອາດ​ຈະ​ຍັງ​ມີ​ຊີວິດ​ລອດ.

ນັບ​ມາ​ຮອດ​ວັນ​ທີ16ພຶດສະພາ​ນີ້, ນາຍ​ແລະ​ພົນທະ​ຫານ​ແລະ​ຕຳຫຼວດ​ທີ່​ສົ່ງ​ໄປ​ຮອດ​ເຂດ​ປະສົບ​ໄພ​​ແຂວງ​ເສສວນມີ​ເຖິງ1​ແສນ​ກວ່າ​ຄົນ. ຫຼັງ​ຈາກໜ່ວຍ​ງານ​ຕ່າງໆ​ບຸກທະລຸ​ເຂົ້າ​​ເຖິງ58​​ເຂດແລະ​ຕາ​ແສງ​ທີ່​ປະສົບ​ໄພ​ຢ່າງ​ໜັກໜ່ວງ​ແລ້ວ, ວຽກ​ງານ​ກູ້​ໄພ​ພວມ​ເຮັດ​ຢ່າງ​ຂຸ້ນ​ຂ້ຽວ. ມື້​ດຽວ​ກັນ, ກອງ​ກູ້​ໄພ​ໄດ້​ຂຸດ​ເອົາ3673ຄົນ​ອອກ​ຈາກ​​ຊາກ​ອາຄານ, ​ໃນ​ນັ້ນ​ມີຜູ້​ລອດ​ຊີວິດ163ຄົນ, 3510ຄົນ​ເສຍ​ຊີວິດ. ​ເຂົາ​ເຈົ້າ​ຍັງ​ໄດ້​ປິ່ນປົວ​ຜູ້​ບາດ​ເຈັບ2270​ກວ່າ​ຄົນ, ຍົກຍ້າຍ​ຜູ້​ປະສົບ​ໄພ​ໄປ​ບ່ອນ​ປອດ​ໄພ1​ແສນ5​ໝື່ນ​ຄົນ.

ນັບມາ​ຮອດ​ຕອນ​ຄ່ຳ​ວັນ​ທີ16ພຶດສະພາ​ນີ້, ນາຍ​ແລະ​ພົນ​ທະ​ຫານ​2ໝື່ນ​ຄົນ​ທີ່​ເຂົ້າ​ກູ້​ໄພ​ແຕ່​ເລີ່ມ​ຕົ້ນ​ໄດ້​ເຮັດ​ວຽກ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ໄດ້​ຫຼາຍ​ກວ່າ100ຊົ່ວ​ໂມງ​ແລ້ວ.