|
 |
(GMT+08:00)
2008-05-13 18:07:27
|
 |
ກະຊວງທາງລົດໄຟຂອງຈີນອອກແຮງເຮັດວຽກຮັບປະກັນການຂົນສົ່ງແລະບໍລິການຜູ່ໂດຍສານທີ່ຄ້າງຢູ່ກາງທາງຍ້ອນແຜ່ນດິນໄຫວ
cri
ຕາມຂ່າວ cri: ວັນທີ 13 ພຶດສະພານີ້ ຢູ່ປັກກິ່ງ ທ່ານວາງຢົງຜິງ ໂຄສົກຖະແຫລງຂ່າວຂອງກະຊວງທາງລົດໄຟຈີນກ່າວວ່າ, ພາກສ່ວນທາງລົດໄຟພວມອອກແຮງເຮັດວຽກຮັບປະກັນການຂົນສົ່ງແລະບໍລິການຜູ່ໂດຍສານທີ່ຄ້າງຢູ່ກາງທາງຍ້ອນແຜ່ນດິນໄຫວ.
ພາຍຫລັງເມືອງເວີ້ນຊ່ວນແຂວງເຊສວນທາງພາກຕາເວັນຕົກສຽງໃຕ້ຂອງຈີນເກີດແຜນດິນໄຫວຄວາມແຮງ 7.8 ລິກເຕີໃນຕອນບ່າຍວັນທີ 12 ພຶດສະພານີ້ແລ້ວ, ທາງລົດໄຟສ່ວນຫນຶ່ງຢູ່ເຂດພາກຕາເວັນຕົກສຽງໃຕ້ໄດ້ຢຸດໃຊ້ງານຊົ່ວຄາວ.ເມື່ອໄດ້ສ້ອມແປງໂດຍດ່ວນແລ້ວ, ປັດຈຸບັນ, ນອກຈາກທາງລົດໄຟແຕ່ເມືອງປາວຈີ່ແຂວງສ້ານຊີ່ຫາເມືອງເຊິງຕູແຂວງເຊສວນແລ້ວ,ທາງລົດໄຟສາຍອື່ນແລ່ນລົດໄດ້ແລ້ວ.ຜູ່ໂດຍສານ 6 ພັນກວ່າຄົນທີ່ ຄ້າງຢູ່ກາງທາງປາວຈີຫາເຊິງຕູ່ນັ້ນມີ 787 ຄົນໄດ້ເດີນທາງຕໍ່ໄປ, ເຫລືອນັ້ນກໍ່ຍັງພວມຈັດວາງໃຫ້ເດີນທາງຕໍ່ໄປ.
ທ່ານວາງຢົງຜິງກ່າວວ່າ, ພາກສ່ວນທາງລົດໄຟຂອງແຫ່ງຕ່າງໆພວມອອກແຮງຮັບປະກັນໃຫ້ຜູ່ໂດຍສານທີ່ຄ້າງຢູ່ຕາມທາງມີອາຫານແລະນ້ຳກິນແລະມີຢາປົວພະຍາດ.
|
|
|