ສະໜາມບິນທັງໝົດໃນແຂວງເຊສວນເປີດບໍລິການເປັນປົກກະຕິແລ້ວ
cri
ຕາມຂ່າວCRI, ຕອນຂ້ອນແຈ້ງວັນທີ13ພຶດສະພານີ້, ສະໜາມບິນຊ່ວງລິວເສີນຕູ່ແຂວງເຊສວນທີ່ໄດ້ປິດຊົ່ວຄາວຍ້ອນແຜ່ນດິນໄຫວນັ້ນໄດ້ເປີດບໍລິການຄືນໃໝ່ແລ້ວ. ປະຈຸບັນ, ສະໜາມບິນ9ແຫ່ງໃນແຂວງເຊສວນໄດ້ບໍລິການເປັນປົກກະຕິທັງໝົດແລ້ວ.
ແຕ່ເຖິງວ່າສະໜາມບິນຊ່ວງລິວເສີນຕູ່ໄດ້ຟື້ນຟູການບິນແລ້ວ, ແຕ່ກໍ່ຍັງມີການຈຳກັດຖ້ຽວບິນຂຶ້ນລົງຢູ່, ຄືໄດ້ໃຫ້ບູລິມະສິດແກ່ຖ້ຽວບິນທີ່ຂົນສົ່ງເຄື່ອງຊ່ອຍເຫຼືອກູ້ໄພແລະໜ່ວຍງານກູ້ໄພເປັນຕົ້ນຕໍ.
|
|