ຕາມຂ່າວCRI: ວັນທີ 13 ພຶດສະພານີ້ຢູ່ທີ່ປັກກິ່ງ, ໃນເວລາໃຫ້ສຳພາດຕໍ່ນັກຂ່າວCRI, ເຈົ້າໜ້າທີ່ກົມທ່ອງທ່ຽວແຫ່ງຊາດຈີນກ່າວວ່າ, ຍັງບໍ່ມີການລາຍງານກ່ຽວກັບສະພາບການເສຍຊີວິດຫຼືບາດເຈັບຂອງນັກທ່ອງທ່ຽວຕ່າງປະເທດທີ່ພວມທ່ຽວຢູ່ແຂວງເຊສວນ. ກົມທ່ອງທ່ຽວແຫ່ງຊາດຈີນໄດ້ເລີ່ມປະຕິບັດແຜນການສຸກເສີນຈີນການທ່ອງທ່ຽວ, ໄດ້ຕັ້ງໜ່ວຍນຳພາປະສານງານການຕ້ານແລະກູ້ໄພແຜ່ນດິນໄຫວທີ່ທ່ານຊ້າວເວຊີ ຫົວໜ້າກົມທ່ອງທ່ຽວແຫ່ງຊາດເປັນຫົວໜ້າ, ຈັດຕັ້ງໜ່ວຍງານກູ້ໄພສຸກເສີນ 6 ໜ່ວຍ, ແລະເຮັດວຽກງານກະກຽມຕ່າງໆເພື່ອໄປຊ່ອຍເຫຼືອນັກທ່ອງທ່ຽວຢູ່ເຂດປະສົບໄພໃຫ້ດີ.
ຕອນບ່າຍວັນທີ 12 ພຶດສະພານີ້, ພາຍຫຼັງເມືອງເວິ້ນຊ່ວນແຂວງເຊສວນເກີດໄພແຜ່ນດິນໄຫວແລ້ວ, ກົມທ່ອງທ່ຽວແຫ່ງຊາດຈີນຮຽກຮ້ອງໃຫ້ຂະແໜງການທ່ອງທ່ຽວແຫ່ງຕ່າງໆຢຸດຕິການຈັດຄະນະທ່ອງທ່ຽວໄປແລະຜ່ານເຂດປະສົບໄພແຜ່ນດິນໄຫວຂອງແຂວງເຊຊວນໃນທັນທີ. ສຳລັບບໍລິສັດທ່ອງທ່ຽວທີ່ໄດ້ຕັ້ງຄະນະທ່ອງທ່ຽວແລ້ວນັ້ນ, ຕ້ອງຢຸດຕິການທ່ອງທ່ຽວທີ່ຜ່ານເຂດປະສົບໄພໃນທັນທີ.
|