ໄພແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເມືອງເວິ້ນຊ່ວນແຂວງເຊສວນບໍ່ໄດ້ນຳເອົາຜົນກະທົບມາໃຫ້ເຂື່ອນສ່ານເຊຍ
cri
ຕາມຂ່າວສານຊີນຮວາ, ວັນທີ12ພຶດສະພານີ້, ພາກສ່ວນຄຸ້ມຄອງທາງຜ່ານຂອງບໍລິສັດພັດທະນາໂຄງການຮ່ອມສ່ານເຊຍແມ່ນ້ຳຢາງເຊຈີນແຈ້ງໃຫ້ຊາບວ່າ, ການກໍ່ສ້າງແລະການຜະລິດຜົນຂອງໂຄງການເຂື່ອນສ່ານເຊຍດຳເນີນຢ່າງເປັນປົກກະຕິ, ໄພແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເມືອງເວິ້ນຊ່ວນແຂວງເຊສວນບໍ່ໄດ້ມີຜົນກະທົບຜິດປົກກະຕິຕໍ່ເຂື່ອນສ່ານເຊຍ.
ເວລາ14ໂມງ28ນາທີຂອງວັນທີ12ພຶດສະພານີ້ເວລາປັກກິ່ງ, ຢູ່ເມືອງເວິ້ນຊ່ວນແຂວງເຊສວນໄດ້ເກີດໄພແຜ່ນດິນໄຫວຂັ້ນ7,8ລິກເທີ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກົມຄຸ້ມຄອງການກໍ່ສ້າງແລະໝູນເດີນຂອງຂອງທາງຜ່ານຂອງບໍລິສັດສ່ານເຊຍກ່າວວ່າ, ເມື່ອສັງເກດຈາກສະພາບປະຈຸບັນແລ້ວເຫັນວ່າ, ບໍ່ມີຮອງຮອຍທີ່ສະແດງວ່າໄພແຜ່ນດິນໄຫວມີຜົນກະທົບຕໍ່ເຂື່ອນສ່ານເຊຍ, ການກໍ່ສ້າງແລະການຜະລິດຜົນຂອງເຂື່ອນສ່ານເຊຍດຳເນີນເປັນປົກກະຕິ, ບໍ່ມີປະກົດການຜິດປົກກະຕິເກີດຂຶ້ນ.
|
|