ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-12 18:58:09    
ກົມ​ແຜ່ນດິນ​​ໄຫວ​ແຫ່ງ​ຊາດ​ຈີນ​ໄດ້​ເຕົ້າ​ໂຮມ​ກອງ​ກອບ​ກູ້, ກຽມ​ອອກເດີນທາງ​ໄປ​ເຂ​ດປະສົບ​ໄພ​ເວິນ​ຊ່ວນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ບ່າຍ​ວັນ​ທີ12 ພຶດສະພາ​ນີ້,ທ່ານ​ຈ່າງ​ຮົງ​ເວິ້ຍ ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງກົມ​ແຜ່ນດິນ​ໄຫວ​ແຫ່ງ​ຊາດ​ຈີນ​ແຈ້ງວ່າ,​ໂດຍແນໃສ່ແຜ່ນດິນໄຫວທີ່​​ເກີດ​ຂຶ້ນ​ຢູ່​ເມືອງ​ເວິນຊ່ວນ​ແຂວງສີ​ສວນມື້​ນີ້,ກົມ​ແຜ່ນດິນ​ໄຫວ​ຈີນ​ໄດ້ປະຕິບັດແຜນການ​ຊັ້ນ​ໜຶ່ງ,ກອງ​ກອບ​ກູ້​ທີ່​ມີ180ຄົນ​ໄດ້​ເຕົ້າ​ໂຮມກັນ,ຈະ​ອອກ​ເດີນທາງ​ໄປ​ກອບ​ກູ້​ຢູ່​ເຂດ​ປະສົບ​ໄພ.ຄວາມ​ເສຍ​ຫາຍ​ດ້ານ​ຊີວິດແລະ​ຊັບ​ສິນ​​ໃນ​ແຜນ​ດິນ​ໄຫວ​​ເທື່ອ​ນີ້ພວມ​ກັນ​ກຳສະຖິຕິ​ຢູ່.

ທ່ານ​ຈ່າງ​ຮົງ​ເວິ້ຍກ່າວ​ວ່າ,​ແຜ່ນດິນ​ໄຫວ​​ເທື່ອ​ນີ້​ຮຸນແຮງຫຼາຍ,ກະທົບສົ່ງ​ຜົນຢ່າງ​ກວ້າງຂວາງ.ຫຼາຍ​ກວ່າ​ສິບ​ແຂວງ​ແລະ​ຕົວ​ເມືອງ​ຄື​ນິງ​ເຊ້ຍ,ຊິ່ງ​ໄຫ,ຊຽງ​ໄຮ້​ເປັນ​ຕົ້ນ​ລ້ວນ​ແຕ່​ມີ​ຄວາມ​ຮູ້ສຶກ​​ເຖິງແຜ່ນດິນ​ໄຫວ.

ຕາມການ​ວັດ​ແທກ​ຂອງ​ຕາໜ່າງ​ແຜ່ນດິນ​ໄຫວ​ຈີນ,​ໃນ​ເວລາ14​ໂມງ 28ນາທີ​ ວັນ​ທີ12 ພຶດສະພາ​ນີ້​ເວລາ​ປັກ​ກິ່ງ,​​ຢູ່ເມືອງ​ເວິນ​ຊ່ວນ​ແຂວງສີ​ສວນ​ໄດ້​ເກີດ​ແຜ່ນດິນ​ໄຫວຂັ້ນ7,8ລິກ​ເທີ.ຢູ່​ເສັ້ນ​ຂະໜານ​ເໜືອ31ອົງສາ.​ເສັ້ນ​ແວງ​ຕາ​ເວັນ​ອອກ103,4ອົງສາ.