ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-12 17:12:14    
ເມືອງ​ເວິນຊ່ວນ​ແຂວງ​ເຊ​ສວນ​ຈີນ​ເກີດ​ແຜ່ນດິນ​ໄຫວ 7,8 ລິກ​ເທີ ຫຼາຍ​ແຫ່ງ​ຂອງ​ຈີນ​ຮູ້ສຶກ​​ເຖິງ​ການ​ສັ່ນ​ສະ​ເທືອ​ນ

cri Author: cai


(ວັນທີ 12 ພຶດສະພານີ້,ນະຄອນເຊິງຕູ່ຮູ້ສຶກໄດ້ເຖິງແຮງສັ່ນສະເທືອນ.ນີ້ແມ່ນເຄື່ອງໃນຫ້ອງການຂ່າວສານຊີນຮວາປະຈຳເຊສວນລົ້ມລົງ.)

ຕາມ​ຂ່າວສານ​ຊີ​ນຮວາ:ຕາມ​ສະຖານີ​ວັດ​ແທກ​ແຜ່ນດິນ​ໄຫວ​ແຫ່ງ​ຊາດ​ຈີນວັດ​ແທກ​ໄດ້​ວ່າ,​ເວລາ 14 ​ໂມງ 28 ນາທີ​ຂອງວັນ​ທີ 12 ພຶດສະພາຕາມ​ເວລາ​ປັກ​ກິ່ງ,ຢູ່​ເມືອງ​ເວິນ​ຊ່ວນ​ແຂວງ​ເຊສວນ ພາກ​ຕາ​ເວັນ​ຕົກຂອງ​ຈີນ​ໄດ້​ເກີດແຜ່ນດິນ​ໄຫວ 7,8 ລິກ​ເທີ.ຫຼັງ​ຈາກ​ນັ້ນ 7 ນາທີ,ຢູ່​​ເຂດທົ່ງ​ໂຈ່ ພາກ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ກໍ່​ໄດ້​ເກີດ​ແຜ່ນດິນ​ໄຫວ 3,9 ລິກ​ເທີ.ຢູ່​ນະຄອນ​ຊຽງ​ໄຮ້ ທຽນ​ສິນ ເຈິ້ງ​ໂຈ່​ແລະຄຸ່ນມີ​ງຂອງ​ຈີນ​ພ້ອມ​ທັງ​ນະຄອນຫຼວງ​ບາງກອກ​ຂອງ​ໄທ​ແລະນະຄອນຫຼວງຮ່າ​ໂນ້ຍຂອງຫວຽດນາມ​ກໍ່​ຮູ້ສຶກ​ໄດ້​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນ​.


(ວັນທີ 12 ພຶດສະພານີ້,ຕຶກໃຫຍ່ຫຼັງໜຶ່ງຂອງນະຄອນເຊິງຕູ່ແຂວງເຊສວນເກີດຮອຍແຕກແຫງ.)


(ວັນທີ 12 ພຶດສະພານີ້,ປະຊາຊົນນະຄອນຈູງກິ່ງແຂວງເຊສວນອອກໄປຢູ່ເດີ່ນກວ້າງເພື່ອຄວາມປອດໄພ.)

1 2 3