ຕາມຂ່າວສານຊິນຮວາ:ວັນທີ 29 ເມສານີ້,ກົມສະຖິຕິແຫ່ງຊາດຈີນໄດ້ປະກາດຜົນການຕິດຕາມກວດກາທີ່ສະແດງໃຫ້ເຫັນວ່າ,ໃນໄຕມາດທີຫນຶ່ງຂອງປີນີ້,ເສດຖະກິດມະຫາພາກຂອງຈີນຫມູນເດີນເປັນປົກກະຕິ.
ຕາມສະຖິຕິ,ໃນໄຕມາດທີ່ຫນຶ່ງປີນີ້,ເສດຖະ ກິດຂອງຈີນໄດ້ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 10,6%, ຈັງຫວະເຕີບໂຕ ໄດ້ຫຼຸດກວ່າໄລຍະດຽວກັນຂອງປີກາຍເລັກຫນ້ອຍ,ກົມສະຖິຕິແຫ່ງຊາດເຫັນວ່າ,ໃນໄຕມາດທີຫນຶ່ງ,ເວົ້າລວມແລ້ວ ເສດຖະກິດແຫ່ງຊາດໄດ້ຫມູນເດີນຢ່າງຫມັ້ນທ່ຽງ.
|