ຕາມຂ່າວສານຊິນຮວາ:ວັນທີ26 ເມສານີ້,ທ່ານເຊີນດົ່ງຊີ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກຂອງຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດຈີນກ່າວວ່າ,ເສດຖະກິດຈີນຈະເຕີບໂຕຢ່າງຕໍ່ເນື່ອງກ່ອນປີ2020.
ໃນເວທີປາໄສສຸດຍອດອ່າວພາກເໜືອຈີນທີ່ຈັດຂຶ້ນຢູ່ເມືອງນານນິງຂອງແຂວງກວາງຊີຈີນ,ທ່ານເຊີນດົ່ງຊີກ່າວວ່າ,ນັບແຕ່ຈີນໄຂປະຕູສູ່ພາຍນອກ30ປີມານີ້,GDPເຕີບໂຕ9,88%ສະເລ່ຍຕໍ່ປີ,ນີ້ແມ່ນຄວາມອັດສະຈັນຂອງໂລກ.ທ່ານເຫັນວ່າ,ປັດຈຸບັນ,ປັດໄຈທີ່ກະທົບເສດຖະກິດຈີນພັດທະນາເປັນເວລາຍາວນານນັ້ນບໍ່ໄດ້ຫຼຸດລົງຍ້ອນເວລາ30ປີ,ຫາກຍັງມີໂອກາດພັດທະນາອັນໃຫຍ່ຫຼວງ.ເຖິງວ່າລະດັບອາໄສການຄ້າຕໍ່ຕ່າງປະເທດຂອງຈີນແມ່ນສູງທີ່ສຸດ,ແຕ່ວ່າລວງເລິກແລະເນື້ອໃນຂອງການໄຂປະຕູຂອງຈີນຍັງພວມພັດທະນາຢູ່;ພ້ອມກັນນັ້ນ,ທຽບກັບທົ່ວໂລກແລ້ວ,ລະດັບຫັນເປັນຕົວເມືອງຂອງຈີນຍັງຕ່ຳຫຼາຍ,ການພັດທະນາຕົວເມືອງຍັງຈະສືບຕໍ່ດຳເນີນໄປ,ແລະຈະນຳມາເຊິ່ງການລົງທຶນທີ່ສູງສົມຄວນ,ສິ່ງເຫຼົ່ານີ້ລ້ວນແຕ່ຈະຊຸກຍູ້ການພັດທະນາເສດຖະກິດພາຍໃນປະເທດຈີນ.
|