|
ແຂວງໄຫຫຼຳ ເຂດເສດຖະກິດພິເສດໃຫຍ່ກວ່າໝູ່ຂອງຈີນອອກແຮງສ້າງເກາະທີ່ເປີດປະຕູ
cri
Author: cai
ຕາມຂ່າວສານຊິນຮວາ:ຫວ່າງມໍ່ໆນີ້,ທ່ານລໍປາວມີງ ເຈົ້າແຂວງໄຫຫຼຳກ່າວວ່າ,ແຂວງໄຫຫຼຳຈະເປີດປະຕູທຸກຂົງເຂດທີ່ເປີດໄດ້,ບຸກເບີກທຸກໆຕະຫຼາດທີ່ບຸກເບີກໄດ້,ອອກແຮງສ້າງເປັນເກາະທີ່ເປີດປະຕູ.
20ປີກ່ອນ,ໄຫຫຼຳໄດ້ສ້າງເປັນແຂວງແລະເລີ່ມສ້າງສາເຂດເສດຖະກິດພິເສດທີ່ໃຫຍ່ກວ່ໝູ່ຂອງຈີນ.ໃນ20ປີຜ່ານມາ,ຍອດມູນຄ່າຜະລິດຕະພັນທົ່ວແຂວງໄຫຫຼຳໄດ້ເພີ່ມຂຶ້ນ21ເທົ່າ,ລາຍໄດ້ຂອງປະຊາຊົນໃນຕົວເມືອງເພີ່ມຂຶ້ນ11,5ເທົ່າ,ລາຍໄດ້ສະເລ່ຍຕໍ່ປີຂອງຊາວກະສິກອນເພີ່ມຂຶ້ນ7,6ເທົ່າ,ເຮັດໃຫ້ເກາະຊາຍແດນທີ່ສອກຫີຼກແລະຫຼ້າຫຼັງນີ້ເຂົ້າສູ່ແນວໜ້າທີ່ສຸດຂອງການປະຕິຮູບແລະໄຂປະຕູສູ່ພາຍນອກຂອງຈີນ.
ປະຈຸບັນນີ້,ແຂວງໄຫຫຼຳໄດ້ປະຕິບັດລະບຽບເອົາວິຊາກັບດ່ານຕໍ່ນັກທ່ອງທ່ຽວທົ່ວໂລກ ເຊິ່ງເປັນພຽງແຫ່ງດຽວຂອງຈີນ,ແລະໄດ້ນຳໜ້າດຳເນີນການທົດລອງໄຂ ປະ ຕູດ້ານການບິນ.
ເປົ້າໝາຍຂອງແຂວງໄຫຫຼຳແມ່ນສ້າງເຂດການຄ້າເສລີໃຕ້ລະບອບສັງຄົມນິຍົມ, ສ້າງຕົວແບບເສດຖະກິດຕະຫຼາດທີ່ໄຂປະຕູກວ່າເກົ່າ,ແລະສ້າງເປັນເກາະທ່ອງທ່ຽວສາກົນ.
|
|