ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-06 18:05:30    
ວິ​ສາ​ຫະກິດ​ຜະ​ລິດ​ອາ​ຫານ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ 300 ກວ່າ​ແຫ່ງ​ພ້ອມ​ກັນ​ເປີດ​​ເຜີຍ​"​ແຈ້ງ​ການ​ສີ່​ອ່ານ"

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 5 ​ເມສາ​ນີ້, ວິ​ສາ​ຫະກິດ​ຜະລິດ​ອາຫານ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ 300 ກວ່າ​ແຫ່ງ​ພ້ອມ​ກັນ​ເປີດ​​ເຜີຍ​"​ແຈ້ງການ​ສີ່​ອ່ານ", ຮຽກຮ້ອງ​ວິ​ສາ​ຫະກິດ​ທີ່​ຜະລິດ​ອາຫານ​ໃຊ້​ການ​ກະທຳ​ຂອງ​ຕົນ​ມາ​ປົກ​ປັກ​ຮັກສາ​ຄວາມ​ສັດທາ​ຊື່ສຽງ​ແລະ​ພາບ​ພົດ​ຂອງ​ອຸດ​ສາ​ຫະກຳ​ອາຫານ​ຂອງ​ຈີນ.

"​ແຈ້ງການ​ສີ່​ອ່ານ"​ແມ່ນ​​ແຈ້ງການທີ່​ວາງ​ຂໍ້​ເຂັ້ມງວດ​ສຳລັບ​ຕົນ​ເອງ​ທີ່​ວິ​ສາ​ຫະກິດ​ຜະລິດ​ອາ​ຫານ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ສະ​ເໜີ​ສົ່ງ​ເສີມ​ໃນທົ່ວ​ປະ​ເທດ​ເປັນຄັ້ງທຳ​ອິດ. ຖະ​ແຫຼງການ​ດັ່ງກ່າວ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ສ້າງຄວາມສັດທາ​​ແລະ​ຊື່​ສຽງ​ດ້ານ​ຄວາມ​ປອດ​ໄພ​ຂອງ​ອາຫານ​ຈີນ, ປັບປຸງ​ລະບົບ​ຕິດຕາມ​ຄຸ້ມ​ຄອງ​ອາຫານ, ຍົກ​ສູງລະດັບ​ຄວາມ​ປອດ​ໄພ​ຂອງ​ອາຫານ, ​ແລະ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບຂອງ​ອາຫານ.