ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-02 15:26:19    
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ​ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ເມ​ລິ​ກາ​ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ເຈ​ລະ​ຈາ​​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ທີ​4​ໄດ້​ຮັບ​ໝາກ​ຜົນ​ອັນ​ຕັ້ງ​ໜ້າ​ແລະ​ຕິດ​ແທດ​ຕົວ​ຈິງ

cri

ຕາມ​ຂ່າວCRI,ວັນ​ທີ2​ເມສາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ວາງ​ສີ​ຊ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ທີ່​ເປັນ​ທູດ​ພິ​ເສດ​ຂອງ​ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ ກ່າວ​ວ່າ,ການ​ເຈ​ລະ​ຈາ​ເສດ​ຖະ​ກິດ ຍຸດ​ທະ​ສາດ​ ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ທີ​4​ຈະ​ຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້,​ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ເມ​ລິ​ກາ​ເຮັດ​ວຽກ​ງານ​ການ​ກະ​ກຽມ​ທຸກ​ດ້ານ​ໃຫ້​ດີ,​ຮັກ​ສາ​ຄວາມ​ຕໍ່​ເນື່ອງ​ຂອງ​ການ​ເຈ​ລະ​ຈາ,​ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ໄດ້​ຮັບ​ໝາກ​ຜົນ​ໃໝ່​ທີ່​ຕັ້ງ​ໜ້າ​ແລະ​ຕິດ​ແທດ​ຕົວ​ຈິງ.

ທ່ານ​ວາງ​ສີ​ຊ່ານ​ ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເຮນ​ຣີ​ພໍ​ຊັນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ ທີ່​ເປັນ​ທູດ​ພິ​ເສດ​ຂອງ​ທ່ານ​ຈອດ​ຈ໌ ບຸ​ສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ.

ທ່ານ​ວາງ​ສີ​ຊ່ານ​ກ່າວ​ວ່າ,ນັບ​ແຕ່​ທ່ານ​ປະທານ​ຫູ​ຈິນທາວ​ກັບ​ທ່ານ​ປະທານາທິບໍດີ​ບຸ​ສລິ​ເລີ່ມ​ສ້າງ​​ໃຫ້​ມີ​ການ​ເຈລະຈາ​ເສດຖະກິດ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິ​ກາມາ​ນີ້,ສອງ​ຝ່າຍ​ໄດ້​ສ້າງ​ການ​ເຈລະຈາ​ຍຸດ​ທະ​ສາດ3​ເທື່ອ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງ​ໝັ້ນ​ທ່ຽງ

ໃນ​ເວລາ​ໂອ​ລົມ​ກັນ,ທ່ານ​ພໍ​ຊັນ​ໄດ້​ແຈ້ງສະພາບ​ເສດຖະກິດ​ອາ​ເມ​ລິ​ກາ.​ທ່ານ​ກ່າວ​ວ່າ,​ອາ​ເມ​ລິ​ກາ​ຄອງ​ຄອຍ​ຈັດການ​ເຈລະຈາ​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຄັ້ງ​ທີ4​ກັບ​ຈີນ,​ຮັບ​ປະ​ກັນ​ໃຫ້​ການ​ພົວ​ພັນ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ພົວ​ພັນ​ທຸກ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​.