ຜົນກຳໄລຂອງວິສາຫະກິດອຸດສາຫະທຳຈີນໃນສອງເດືອນທຳອິດປີນີ້ເພີ່ມຂຶ້ນ 16,5%
cri
ຕາມຂ່າວສານຊິນຮວາ,ວັນທີ 27 ມີນານີ້, ກົມສະຖິຕິແຫ່ງຊາດຈີນໄດ້ເຜີດຍແຜ່ຕົວເລກໂດຍສະແດງໃຫ້ເຫັນວ່າ,ໃນ 2 ເດືອນທຳອິດຂອງປີນີ້,ວິສາຫະກິດອຸດສາຫະກຳຂະຫນາດອ່າວໃຫຍ່ໃນທົ່ວປະເທດໄດ້ຮັບຜົນກຳໄລເກືອບ 350 ຕື້ຢວນ,ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 16,5%.
ໃນນັ້ນ,ວິສາຫະກິດຂອງຕ່າງປະເທດແລະວິສາຫະກິດຮົງກົງ ມາກາວແລະໄຕ້ຫວັນໄດ້ຮັບກຳໄລເກືອບ 100 ຕື້ຢວນ,ເພີ່ມຂຶ້ນ 22%,ວິສາຫະກິດເອກະຊົນໄດ້ຮັບຜົນກຳໄລ 60 ຕື້ກວ່າຢວນ,ເພີ່ມຂຶ້ນ 52%.
ວິສາຫະກິດອຸດສາຫະກຳຂະຫນາດອ່າວໃຫຍ່ແມ່ນວິສາຫະກິດທີ່ມີລາຍຮັບ 5 ລ້ານຢວນຂຶ້ນໄປຕໍ່ປີ.
|
|