|
|
 |
| (GMT+08:00)
2008-03-27 13:46:37
|
 |
|
ຈີນເປັນປະເທດອັນດັບຫນຶ່ງສຳລັບຄວາມຫມັ້ນໃຈຂອງການລົງທຶນຕ່າງປະເທດອີກເທື່ອຫນຶ່ງ
cri
ຕາມຂ່າວຈາກຫນັງສືພິມເຢິນມິນຢື້ປ້າວສະບັບຕ່າງປະເທດ:ຫວ່າງມໍ່ໆນີ້, ບໍລິສັດເຄຍນີທີ່ເປັນຫນຶ່ງໃນບໍລິສັດໃຫ້ຄຳປຶກສາໃຫຍ່ກວ່າຫມູ່ໃນໂລກໄດ້ເຜີຍແຜ່ຜົນການສຳຫຼວດຕົວເລກດັດສະນີຄວາມຫມັ້ນໃຈຂອງການລົງທຶນຕ່າງປະເທດປີ 2007 ໂດຍຂຽນວ່າ,ຈີນເປັນປະເທດອັນດັບຫນຶ່ງສຳລັບຄວາມຫມັ້ນໃຈຂອງການລົງທຶນຕ່າງປະເທດອີກເທື່ອຫນຶ່ງ,ນີ້ແມ່ນຈີນໄດ້ເປັນປະເທດອັນດັບຫນຶ່ງທີ່ຕ່າງປະເທດໄດ້ກຳໄລຫຼາຍກວ່າຫມູ່ແລະມີການຄ້ຳປະກັນກວ່າຫມູ່ໃນໂລກໃນ 5 ປີລຽນຕິດ.
ບົດລາຍງານຂອງບໍລິສັດເຄຍນີຊີ້ອອກວ່າ,ບໍ່ວ່າແມ່ນປະເທດທີ່ພັດທະນາແລ້ວຫຼືວ່າແມ່ນປະເທດທີ່ພວມພັດທະນາ,ຜູ່ລົງທຶນລ້ວນແຕ່ສະແດງວ່າຍິນດີຄັດເລືອກຈີນເປັນປະເທດທຳອິດທີ່ເຂົາເຈົ້າສຳລັບການລົງທຶນ.ຈີນມີຄວາມສະເຫນ່ທີ່ສຸດໃນຫຼາຍຂະແຫນງການເຊັ່ນຂະແຫນງການເງິນແລະການບໍລິການທີ່ບໍ່ແມ່ນການເງິນ ການປະກອບເຄື່ອງຈັກເບົາແລະຫນັກແລະອຸດສາຫະກຳທີຫນຶ່ງເປັນຕົ້ນລ້ວນແຕ່ແມ່ນຈຸດຫມາຍທີ່ຜູ່ລົງທຶນຕ່າງໆຄັດເລືອກກ່ອນຫມູ່.
ຕາມສະຖິຕິ,ນັບມາຮອດທ້າຍປີ 2007,ຍອດມູນຄ່າລົງທຶນໂດຍກົງຂອງຈີນໄດ້ບັນລຸເຖິງ 2000 ຕື້ກວ່າຢວນ,ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 23%.
|
|
|