ຈີນມີຄວາມຫມັ້ນໃຈແລະມີຄວາມສາມາດມາຮັກສາສະພາບການອັນດີງາມທີ່ເສດຖະກິດພັດທະນາຢ່າງຫມັ້ນທ່ຽງແລະອ່າວໄວ
cri
ຕາມຂ່າວCRI:ທ່ານຫຼີເຄີ້ຊຽງ ຮອງນາຍົກລັດຖະມົນຕີຈີນກ່າວວ່າ,ລັດຖະ ບານຈີນມີຄວາມຫມັ້ນໃຈແລະຄວາມສາມາດ,ຮັກສາສະພາບການອັນດີງາມທີ່ເສດຖະກິດພັດທະນາຢ່າງຫມັ້ນທ່ຽງແລະອ່າວໄວ,ບັນລຸຈຸດຫມາຍສ້າງສັງຄົມທີ່ອີ່ມຫນຳສຳລານຢ່າງຮອບດ້ານໃນທີ່ສຸດ. ທ່ານຫຼີເຄີ້ຊຽງແມ່ນກ່າວຄວາມນີ້ໃນເວລາກ່າວຄຳປາໄສໃນກອງປະຊຸມປະຈຳປີ 2008 ຂອງເວທີປາໄສຊັ້ນສູງກ່ຽວກັບການພັດທະນາຈີນທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນມື້ດຽວກັນ.
ທ່ານກ່າວວ່າ,ໂດຍປະເຊີນກັບສະຖານະການສາກົນທີ່ສັບສົນ,ເສດຖະກິດຈີນໄດ້ຮັກສາໃຫ້ພັດທະນາຢ່າງຫມັ້ນທ່ຽງແລະອ່າວໄວແມ່ນສຳຄັນທີ່ສຸດ,ຈີນຈະອີງຕາມສະພາບການໃຫມ່ແລະບັນຫາໃຫມ່,ຄວບຄຸມຈັງຫວະ ຈຸດຫນັກແລະຄວາມແຮງໃນການສັບຊ້ອນຄວບຄຸມທາງມະຫາພາກຢ່າງເຫມາະສົມ,ຫຼີກເວັ້ນບໍ່ໃຫ້ເສດຖະກິດຂຶ້ນໄວຫຼືລົງໄວເກີນໄປ
|
|