|
 |
(GMT+08:00)
2008-03-06 16:26:39
|
 |
ຈີນຕັດສິນໃຈແລະມີເງື່ອນໄຂບັນລຸຈຸດໝາຍດັດສົມຄວບຄຸມລາຄາໃນປີນີ້
cri
Author: mo
ຕາມຂ່າວCRI: ວັນທີ 6 ມີນານີ້ຢູ່ທີ່ປັກກິ່ງ, ທ່ານມາຂ້າຍ ຫົວໜ້າຄະນະກຳມະການການພັດທະນາແລະການປະຕິຮູບແຫ່ງລັດຈີນກ່າວວ່າ, ໃນ 5 ປີທີ່ຜ່ານມາ, ທິດທາງນະໂຍບາຍຕ່າງໆຂອງຈີນທີ່ດັດສົມຄວບຄຸມມະຫາພາກແມ່ນບັງເກີດຜົນຫຼາຍ, ຈີນມີຄວາມຕັດສິນໃຈແລະມີເງື່ອນໄຂບັນລຸຈຸດໝາຍດັດສົມຄວບຄຸມລາຄາໃນປີນີ້.
ວັນທີ 6 ມີນານີ້, ກອງປະຊຸມເທື່ອທີໜຶ່ງຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 11 ໄດ້ຈັດກອງປະຊຸມນັກຂ່າວ, ທ່ານມາຂາຍ ຫົວໜ້າຄະນະກຳມະການການພັດທະນາແລະການປະຕິຮູບແຫ່ງລັດຈີນ, ທ່ານເຊ້ຍຊູ້ເຢີນ ລັດຖະມົນຕີວ່າການກະຊວງການເງິນຈີນ, ແລະທ່ານໂຈວສຽວຊວນ ຜູ້ວ່າການທະນາຄານປະຊາຊົນຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບການພັດທະນາເສດຖະກິດສັງຄົມແລະການດັດສົມຄວບຄຸມມະຫາພາກ. ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານມາຂ້າຍກ່າວວ່າ, ເສດຖະກິດຈີນເພີ່ມຂຶ້ນປະມານ 10% 5 ປີລຽນຕິດ, ຄຸນນະພາບແລະປະສິດທິຜົນການໝູນເດີນຂອງເສດຖະກິດໄດ້ເພີ່ມຂຶ້ນຫຼວງຫຼາຍ, ອົງປະກອບເສດຖະກິດໄດ້ປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ປັດຈຸບັນ, ລາຄາສິນຄ້າຂອງຈີນສູງຂຶ້ນຍັງແມ່ນສູງຂຶ້ນທາງອົງປະກອບລາຄາຍ້ອນລາຄາຜະລິດຕະພັນກະສິກຳແພງຂຶ້ນ. ປີນີ້ຈີນຕັດສິນໃຈແລະມີເງື່ອນໄຂຄວບຄຸມໃຫ້ລະດັບກວມລວມຂອງຄ່າບໍລິໂພກຂອງຊາວເມືອງຢູ່ໃນລະຫວ່າງ 4,8%. ທ່ານກ່າວວ່າ, ໄພພາຍຸຫິມະແລະນ້ຳກ້າມຢູ່ພາກໃຕ້ຂອງຈີນປີນີ້ໄດ້ເກີດຜົນສະທ້ອນທີ່ມີຈຳກັດຕໍ່ເສດຖະກິດຂອງຈີນ, ແຕ່ຈະບໍ່ສາມາດປ່ຽນແປງທ່ວງທ່າເພິ່ມເຕີບໂຕຕໍ່ໄປຂອງເສດຖະກິດຈີນ.
ທ່ານລັດຖະມົນຕີເຊ້ຍຊູ້ເຢີນກ່າວວ່າ, ລັດຖະບານຈີນເອົາໃຈໃສ່ຫຼາຍຕໍ່ການແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນ, ປີນີ້ຈີນຈະເອົາການສະໜັບສະໜູນກະສິກຳ ຊົນນະບົດແລະຊາວກະສິກອນ, ຊຸກຍູ້ການສຶກສາເປັນຈຸດໜັກໃນການຈັດງານງົບປະມານ, ງົບປະມານຂອງໂຄງການເຫຼົ່ານີ້ຈະເພີ່ມຂຶ້ນຢ່າງຫຼວງຫຼາຍ.
ທ່ານໂຈວສຽວຊວນ ຜູ້ວ່າການທະນາຄານປະຊາຊົນຈີນກ່າວວ່າ, ເງິນຢວນຈີນຂຶ້ນລາຄາຢ່າງເໝາະສົມມີຜົນດີຕໍ່ການລະງັບໄພເງິນເຟີ້ໃນລະດັບໃດໜຶ່ງ, ແຕ່ບໍ່ແມ່ນປັດໃຈຊີ້ຂາດໃນການລະງັບໄພເງິນເຟີ້. ທ່ານກ່າວວ່າ, ວິກິດການສີນເຊື່ອຂອງອາເມລິກາເລີ່ມແຕ່ລະດູຮ້ອນປີກາຍນີ້, ມາຮອດປັດຈຸບັນຍັງບໍ່ທັນຫຼຸດລົງຢ່າງແທ້ຈິງເທື່ອ, ນີ້ແມ່ນເລື່ອງທີ່ປະໝາດບໍ່ໄດ້.
|
|
|