|
|
 |
| (GMT+08:00)
2008-03-05 17:27:36
|
 |
|
ຈີນຄັດຄ້ານຢ່າງຮຸນແຮງຕໍ່ການາດາທີ່ເກັບພາສີຕ້ານການຂາຍເລແລະການອຸດໜູນຕໍ່ທໍ່ສົ່ງນ້ຳມັນທີ່ບໍ່ມີຮອຍຈອດຂອງຈີນ
cri
ຕາມຂ່າວສານຊິນຮວາ,ວັນທີ5ກຸມພານີ້,ຢູ່ທີ່ປັກກິ່ງ,ທ່ານວາງຊິນເຜີຍໂຄສົກກະຊວງການຄ້າຈີນກ່າວວ່າ,ຈີນຄັດຄ້ານຢ່າງຮຸນແຮງຕໍ່ການາດາທີ່ຕົກລົງເກັບພາສີຕ້ານການຂາຍເລແລະການອຸດໜູນຕໍ່ທໍ່ສົ່ງນ້ຳມັນທີ່ບໍ່ມີຮອຍຈອດທີ່ຈີນສົ່ງອອກ.
ເດືອນສິງຫາປີ2007,ອົງການທີ່ກ່ຽວຂ້ອງຂອງການາດາໄດ້ດຳເນີນຄະດີສຳຫຼວດການຕ້ານການຂາຍເລແລະການອຸດໜູນຕໍ່ທໍ່ສົ່ງນ້ຳມັນທີ່ບໍ່ມີຮອຍຈອດທີ່ຈີນສົ່ງຂາຍໃຫ້.ຫວ່າງມໍ່ໆນີ້,ການາດາໄດ້ຕັດສິນຄະດີດັ່ງກ່າວໃນຂັ້ນສຸດທ້າຍວ່າແມ່ນຄະດີຂາຍເລແລະໃຫ້ການອຸດໜູນ,ເຫັນວ່າອຸດສາຫະກຳໃນຄະດີດັ່ງກ່າວແມ່ນຂະແໜງການທີ່ບໍ່ແມ່ນເສດຖະກິດຕະຫຼາດ,ແລະໄດ້ຕັດສິນກຳນົດພາສີຕ້ານການຂາຍເລແລະການອຸດໜູນ.
ທ່ານວາງຊິນເຜີຍຊີ້ອອກວ່າ,ໃນການສຳຫຼວດແບບໃຫ້ຕອບຄຳຖາມແລະກວດກາຄືນ,ຈີນໄດ້ສະໜອງຫຼັກຖານຈຳນວນຫຼວງຫຼາຍເຊິ່ງຢັ້ງຢືນໃຫ້ເຫັນວ່າ,ອຸດສາຫະກຳຜະລິດທໍ່ສົ່ງນ້ຳມັນທີ່ບໍ່ມີຮອຍຈອດຂອງຈີນແມ່ນອຸດສາຫະກຳທີ່ມີການແຂ່ງຂັນຫຼາຍ.ລັດຖະບານຈີນບໍ່ໄດ້ແຊກແຊງທຸລະກິດປະຈຳວັນຂອງວິສາຫະກິດ,ແລະກໍ່ບໍ່ໄດ້ກຳນົດລາຄາເລີຍ.ການຕັດສິນຂອງການາດາທີ່ເຫັນວ່າຂະແໜງການດັ່ງກ່າວແມ່ນຂະແໜງການທີ່ບໍ່ແມ່ນເສດຖະກິດຕະຫຼາດນັ້ນແມ່ນບໍ່ມີຫຼັກຖານຕົວຈິງຫຍັງເລີຍ,ແລະກໍ່ບໍ່ສອດຄ່ອງກັບຂໍ້ກຳນົດທີ່ກ່ຽວຂ້ອງຂອງກົດໝາຍພາຍໃນການາດາ,ມັນ ຜິດພາດທັງໝົດ.ຈີນຈະຕິດຕາມສະພາບຄວາມຄືບໜ້າຂອງຄະດີດັ່ງກ່າວ.
|
|
|