ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-29 18:13:03    
ຈີນ​ຊຸກ​ຍູ້​ການ​ສ້າງ​ຄວາມ​​ເຊື່ອ​ຖື​ຂອງ​ຂະ​ແໜງ​ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ກົນ​ຈັກ​ແລະ​ເຄື່ອງ​​ໄຟ​ຟ້າ

cri Author: d
ຕາມ​ຂ່າວCRI: ວັນ​ທີ29ກຸມພາ​ນີ້ ສະພາ​ການ​ຄ້າ​ຂາ​ອອກ​ຂາ​ເຂົ້າ​ຜະລິດ​ຕະພັນກົນ​ຈັກ​ແລະ​ເຄື່ອງ​ໄຟຟ້າຂອງ​ຈີນ​ໄດ້​ປະກາດລາຍຊື່​ວິ​ສາ​ຫະກິດທີ່​ຜະລິດອຸປະກອນຄົບ​ຊຸດ​ຂະໜາດ​ໃຫຍ່62​ແຫ່ງທີ່​ໄດ້​ຮັບ​ລະດັບ​ຄວາມ​ເຊື່ອ​ຖື3A.ການ​ກະທຳ​ດັ່ງກ່າວ​ມີ​ຈຸດປະສົງ​ເພື່ອຊຸກຍູ້ສະຕິ​ຄວາມ​ເຊື່ອ​ຖື​ແລະ​ລະດັບ​ຄຸ້ມ​ຄອງ​ຄວາມ​ເຊື່ອ​ຖື​ຂອງ​ວິ​ສາ​ຫະກິດ​ນຳ​ເຂົ້າ​ແລະສົ່ງອອກ​ກົນ​ຈັກ​ແລະ​ເຄື່ອງ​​ໄຟຟ້າຂອງ​ຈີນ.

ຕົ້ນປີ2007 ສະພາ​ການ​ຄ້າຂາ​ອອກ​ຂາ​ເຂົ້າ​ກົນ​ຈັກ​ແລະ​ເຄື່ອງ​ໄຟຟ້າ​ໄດ້​ຮັບອະນຸຍາດ​ໃຫ້​ເປັນ​ຫົວໜ່ວຍ​ທົດ​ລອງ​ຕີ​ລາຄາ​ຄວາມ​ເຊື່ອ​ຖືຂອງ​ຂະ​ແໜງ​ການກຸ່ມທຳ​ອິດ​ໃນ​ທົ່ວ​ປະ​ເທດ. ນັບ​ມາ​ຮອດປະຈຸ​ບັນ,ສະພາ​ການ​ຄ້າ​ຂາ​ອອກ​ຂາ​ເຂົ້າກົນ​ຈັກ​ແລະ​ເຄື່ອງ​​ໄຟຟ້າຈີນ​ໄດ້​ປະກາດ​ລາຍຊື່​ວິ​ສາ​ຫະກິດ​ລະດັບ​ຄວາມ​ເຊື່ອ​ຖືທີ່​ນຳ​ເຂົ້າ​ແລະສົ່ງ​ອອກກົນ​ຈັກ​ແລະ​ເຄື່ອງໄຟຟ້າ150​ແຫ່ງ​ແລ້ວ.

​ໃນ​ຫຼາຍ​ປີ​ມາ​ນີ້,ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ຂອງ​ຂະ​ແໜງ​ການກົນ​ຈັກ​ແລະ​ເຄື່ອງ​ ໄຟຟ້າຂອງ​ຈີນ​​ເພີ່ມ​ຂຶ້ນ​ຢ່າງຕໍ່​ເນື່ອງ​ແລະ​ວ່ອງ​ໄວ,ຍອດ​ມູນ​ຄ່ານຳ​ເຂົ້າ​ແລະສົ່ງ​ອອກ​ຂອງ​ຂະ​ແໜງ​ການກົນ​ຈັກ​ແລະ​ເຄື່ອງ​​ໄຟຟ້າ​ຂອງ​ຈີນ​ໃນ​ປີ​ກາຍ​ນີ້​ໄດ້​ບັນລຸ1200ຕື້​ກວ່າ​ໂດ​ລາ.