ຕາມຂ່າວສານຊີນຮວາ:ວັນທີ28ກຸມພານີ້ກະຊວງການຄ້າຈີນແຈ້ງຂ່າວວ່າ,ວັນທີ27ກຸມພານີ້ລັດຖະບານກີເນໄດ້ຮັບຮອງຖານະເສດຖະກິດຕະຫລາດທີ່ສົມບູນຂອງຈີນຢ່າງເປັນທາງການ.ຫມາຍຄວາມວ່ານັບຮອດປັດຈຸດບັນ,ໄດ້ມີ77ປະເທດຮັບຮອງຖານະເສດຖະກິດຕະຫລາດທີ່ສັມບູນຂອງຈີນແລ້ວ.
ວັນທີ27ກຸມພານີ້,ທ່ານເວີ້ຍຈ້ຽນໂກລັດຖະມົນຕີກະຊວງການຄ້າຈີນທີ່ພວມຢ້ຽມຢາມກີເນກັບທ່ານມາມາດີຕາໂຣເຣລະຖະມົນຕີກະຊວງອຸດສາຫະກຳການຄ້າຂອງກີເນໄດ້ຮ່ວມກັນເຊັນບົດນັນທຶກຄວາມເຂົ້າໃຈກ່ຽວກັບລັດຖະບານກີເນຮັບຮອງຖານະເສດຖະກິດຕະຫລາດທີ່ສົມບູນຂອງຈີນ.
|