|
 |
(GMT+08:00)
2008-02-27 10:05:12
|
 |
ນາງໄລສ໌ສິ້ນສຸດການຢ້ຽມຢາມຈີນ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 27 ກຸມພານີ້, ນາງຄອນໂດລີຊາ ໄລສ໌ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນໄດ້ສິ້ນສຸດການຢ້ຽມຢາມຈີນທີ່ເປັນເວລາ 2 ວັນ, ແລ້ວເດີນທາງອອກຈາກປັກກິ່ງໄປຍີ່ປຸ່ນ.
ນາງໄລສ໌ມາຢ້ຽມຢາມຕາມຄຳເຊີນຂອງທ່ານຢາງເຈສື ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ. ໃນໄລຍະຢ້ຽມຢາມປັກກິ່ງ, ທ່ານຫູຈິນທ່າວ ປະທານປະເທດຈີນ, ທ່ານເວີ່ນເຈຍປາວ ນາຍົກລັດຖະມົນຕີຈີນ, ແລະທ່ານຖາງເຈຍສວນ ທີ່ປຶກສາແຫ່ງລັດໄດ້ແຍກພົບປະນາງໄລສ໌, ທ່ານຢາງເຈສືໄດ້ພົບປະເຈລະຈາກັບນາງໄລສ໌. ສອງຝ່າຍຈີນອາເມລິກາໄດ້ແລກປ່ຽນຄວາມເຫັນກ່ຽວກັບການພົວພັນຂອງສອງປະເທດ ບັນຫາໄຕ້ຫວັນ ແລະບັນຫານິວເຄຼຍແຫຼມເກົາຫລີ. ໃນການພົບປະເຈລະຈາ, ນາງຄອນໂດລີຊາ ໄລສ໌ໄດ້ກ່າວຢ້ຳຫຼາຍເທື່ອກ່ຽວກັບຫຼັກໝັ້ນຂອງອາເມລິກາໃນບັນຫາໄຕ້ຫວັນ. ສະແດງວ່າ ອາເມລິກາຍຶດໝັ້ນນະໂຍບາຍຈີນດຽວ, ຄັດຄ້ານເຈົ້າໜ້າທີ່ໄຕ້ຫວັນ"ຈັດການຢັ່ງປຊາມະຕິເຂົ້າຮ່ວມສະຫະປະຊາຊາດ", ຄັດຄ້ານການປ່ຽນແປງສະພາບປັດຈຸບັນຂອງຊ່ອງແຄບໄຕ້ຫວັນແຕ່ຝ່າຍດຽວ. ໄຕ້ຫວັນຈັດການ"ຢັ່ງປະຊາມະຕິເຂົ້າຮ່ວມສະຫະປະຊາຊາດ"ບໍ່ມີຜົນດີຕໍ່ຝ່າຍໃດ, ແລະກໍ່ບໍ່ຄວນຈັດຂຶ້ນ.
|
|
|