ຕາມຂ່າວສານຊິນຮວາ,ວັນທີ19ກຸມພານີ້,ທ່ານຈ່າງເຈ່ຍມິງ ຮອງປະທານຄະນະກຳມະການກໍ່ສ້າງນະຄອນປັກກິ່ງໄດ້ແຈ້ງໃຫ້ສື່ມວນຊົນຈີນແລະຕ່າງປະເທດຊາບວ່າ,ການກໍ່ສ້າງສະໜາມກິລາໂອລິມປິກປັກກິ່ງໄດ້ປະຕິບັດຕາມແຜນຜັງລວມຂອງນະຄອນປັກກິ່ງ,ໄດ້ເລັ່ງລັດການບັນລຸເປົ້າໝາຍຜັງວາດຂອງເຂດທີ່ສະໜາມກິລາຢູ່ນັ້ນ.

ທ່ານສະຫຼຸບວ່າ,ການຄັດເລືອກທີ່ຕັ້ງຂອງສະໜາມກິລາ ໂອລິມປິກປັກກິ່ງມີຈຸດພິເສດ3ຂໍ້ຄື ໜຶ່ງ,ນຳໃຊ້ຊັບພະຍາກອນທີ່ມີຢູ່ໃນປັດຈຸບັນຢ່າງເຕັມສ່ວນ,ປະຢັດທີ່ດິນ,ຫຼຸດການຍົກຍ້າຍປະຊາຊົນໃຫ້ໜ້ອຍລົງ,ອັນທີສອງ,ພະຍາຍາມເລືອກສ້າງຢູ່ເຂດຊານເມືອງທີ່ມີປະຊາກອນໜ້ອຍ.ອັນສຸດທ້າຍ,ທັງພິຈາລະນາເຖິງການປົກປັກຮັກສາໂສມໜ້າເກົ່າຂອງຕົວເມືອງແລະວັດຖຸບູຮານໄປພ້ອມ.

ໃນສະໜາມກິລາຂອງງານກິລາໂອລິມປິກປັກກິ່ງ31ແຫ່ງ,ສະໜາມກິລາຖາວອນທີ່ສ້າງໃໝ່ມີພຽງ12ແຫ່ງ,ໃນນັ້ນ,4ແຫ່ງແມ່ນຢູ່ໃນມະຫາວິທະຍາໄລ.ການຄັດເລືອກສະຖານທີ່ກໍ່ສ້າງສວນສາທາລະນະໂອລິມປິກກໍ່ແມ່ນນຳໃຊ້ສິ່ງກໍ່ສ້າງກິລາ,ໂຮງແຮມ ຕຶກອາຄານທີ່ສ້າງມາແຕ່ງານກິລາອາຊີຫຼືເອຊຽມເກມເມື່ອປີ1990ນັ້ນຢ່າງເຕັມສ່ວນ.
ປັດຈຸບັນ,ການກໍ່ສ້າງສະໜາມກິລາ ໂອລິມປິກໃກ້ຈະສຳເລັດແລ້ວ,ປະຊາຊົນ15000ຄົນທີ່ເຮືອນຢູ່ຖືກສະໜາມກິລາກວມເອົານັ້ນໄດ້ຮັບການຍົກຍ້າຍແລະຈັດວາງຢ່າງເໝາະສົມແລ້ວ.
|