ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-19 17:35:24    
ເຂດ​ປະ​ສົບ​ໄພ​ທາງ​ພາກ​ໃຕ້​ຂອງ​ຈີນ​ຕັ້ງ​ຫນ້າ​ເຮັດ​ວຽກ​ສ້າງ​ສາ​ຄືນ​ໃຫມ່

cri
ຕາມ​ຂ່າວສານ​ຊີ​ນຮວາ: ​ເຂດ​ປະສົບ​​ໄພຢູ່​ພາກ​ໃຕ້​ຂອງຈີນ​ເຊັ່ນ​ແຂວງ​ຈ່ຽງຊີ ​ແຂວງ​ຫູ​ໄປ​ແລະ​ແຂ​ວງກວງ​ຕຸ້ງ​ເປັນຕົ້ນ, ​ໄດ້​ວາງ​ນະ​​ໂຍບາຍ​ພິ​ເສດ​ໃນ​ດ້ານ​ສ່ວຍ​ສາ​ອາກອນ​ແລະ​ມາດ​ຕະການ​ທີ່​ກ່ຽວຂ້ອງສຳລັບ​ທ້ອງ​ຖີ່​ນ, ຕັ້ງຫນ້າ​ເຮັດ​ວຽກ​ງານ​ສ້າງສາ​ຄືນ​ໃຫມ່,​ແລະ​ໄດ້​ຮັບ​ຜົນ​ອັນ​ດີງາມ.

​ເພື່ອ​ສະຫນັບສະຫນູນ​ແລະ​ຊ່ວຍ​ເຫລືອ​ປະຊາຊົນ​ແລະ​ວິ​ສາ​ຫະກິດທີ່​ຢູ່​ເຂດ​ປະສົບ​ໄພດຳ​ເນີນ​ການ​ສ້າງສາ​ຄືນ​ໃຫມ່, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ພະ​ແນ​ກ ສ່ວຍ​ສາ​ອາກອນ​ຂອງ​ແຂວງ​ຈ່ຽງຊີ​ໄດ້​ວາງ​ນະ​ໂຍບາຍ​ພິ​ເສດ​ໃນ​ດ້ານ​ສ່ວຍ​ສາ​ອາກອນ, ກະ​ວ່າ​ຈະ​ຫລຸດ​ຫລືຍົກ​ເວັ້ນພາສີ 400 ກວ່າ​ລ້ານ​ຢວນ​ໃຫ້​ແກ່​ວິ​ສາ​ຫະກິດ​ແລະ​ສ່ວນ​ບຸກຄົນ​ທີ່​ຢູ່​ເຂດ​ປະສົບ​ໄພ.ຢູ່​ແຂວງ​ຫູ​ໄປ, ອົງການ​ປົກຄອງ​ໄດ້​ແຕ່ງ​ຜູ່​ຊ່ຽວຊານ​​ຊີ້​ນຳ​ການ​ຜະລິດ​ຂອງ​ຊາວ​ກະສິກ​ອນຮອດ​ນາ​ສວນ.ຢູ່​ແຂວງກວາງ​ຕຸ້ງ​ແລະ​ແຂວງ​ກຸ້ຍ​ໂຈ່​ວ,ວຽກ​ງານ​ສ້ອມ​ແປງ​ຕາຫນ່າງ​ໄຟຟ້າກໍ່​ດຳ​ເນີນ​ໄປ​ຢ່າງ​ເປັນ​ລະບົບ.

​ໃນ​ຫລາຍ​ມື້​ມາ​ນີ້, ​ ​ທະຫານ​ເຂດຈີ​ຫນານ​ແຂວງ​ຊານ​ຕົງ​ໄດ້​ໃຊ້​ຫລາຍ​ມາດ​ຕະການ, ສະຫນັບສະຫນູນ​ເຂດ​ປະສົບ​ໄພ​ທີ່​ພາກ​ໃຕ້​ແຂວງ​ເຫີ​ນານ​ສ້າງສາ​ຄືນ​ໃຫມ່.