ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-02-08 15:49:18    
ແຫ່ງ​ຕ່າງໆ​ຂອງ​ຈີນ​ສືບ​ຕໍ່ກູ້​ໄພ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ7ກຸມພາ​ແມ່ນ​ບຸນ​ກຸດ​ຈີນ ບຸນ​ປະ​ເພນີ​ຕາມ​ຈັນ​ທະ​ຄະ​ຕິ​ຈີນ,ພາກສ່ວນ​ທີ່​ກ່ຽວຂ້ອງຢູ່ແຫ່ງ​ຕ່າງໆຂອງ​ຈີນ​ຍັງສືບ​ຕໍ່​ກູ້​ໄພ​ຢູ່​ເຂດ​ປະສົບ​ໄພ ​ນ້ຳກ້າມ.

ຕອນ​ຄ່ຳ​ວັນ​ທີ7ກຸມພາ,ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ພ້ອມ​ກັບ​ພະນັກງານ​ພາກສ່ວນ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ໃນ​ແຂວງ​ພາກ​ໃຕ້​ທີ່​ປະສົບ​ໄພ​ນ້ຳກ້າມ​ໜັກ​ໄດ້​ລົງຮາກ​ຖານກູ້​ໄພ,ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ຊີວິດ​ການ​ເປັນຢູ່​ອັນ​ພື້ນຖານ​ຂອງ​ປະຊາຊົນ​ຜູ່​ປະສົບ​ໄພ. ນັບ​ຮອດ18​ໂມງຂອງ​ວັນ​ທີ7,ພາ​ກສ່ວນ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ທຸກຂັ້ນຂອງ​ແຂວງ​ຫູ​ໜານ ​ແຂວງ​ກຸ້ຍ​ໂຈ່​ວ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ​ໄດ້​ຈັດ​ເອົາ​ງົບປະມານ370ລ້ານ​ຢວນ,​ເອົາ​ເຂົ້າ​ເກືອບ3ໝື່ນ​ໂຕນ​ໃຫ້​ປະຊາຊົນ​ຜູ່​ປະສົບໄພ.

ປະຈຸ​ບັນ,ຍັງ​ມີນາຍ​ແລະ​ພົນ​ຕຳຫຼວດ​ປະກອບ​ອາວຸດ6ພັນ6ຮ້ອຍ​ກວ່າ​ຄົນ​ສູ້​ຊົນ​ຢູ່​ແນວ​ທີ1​ຕ້ານ​ໄພ​ກູ້​ໄພຢູ່​ເຂດ​ປະສົບ​ໄພ​ພາກ​ໃຕ້​ຈີນ,ຊຳລະ​ຫິມະ​ແລະ​ນ້ຳກ້າມ​ບົນ​ເສັ້ນ​ທາງ ຂົນສົ່ງ​ວັດຖຸ​ກູ້​ໄພ ​ແລະ​ຈັດ​ວາງ​ຜູ່​ໂດຍສານ​ທີ່​ຍັງ​ບໍ່​ທັນ​ເມືອ​ບ້ານ.

ຫວ່າງ​ມໍ່ໆ​ນີ້ ບໍລິສັດ​ຕາໜ່າງ​ໄຟຟ້າ​ພາກ​ໃຕ້​ຈີນ​ຈັດ​ວາງ4ໝື່ນ​ຄົນ​ໄປ​ຕ້ານ​ໄພ​ກູ້​ໄພ​ຢູ່​ເຂດ​ປະສົບ​ໄພ.​ໂດຍ​ຜ່ານ​ການ​ສ້ອມ​ແປງດ້ວຍ,ສາຍ​ສົ່ງ​ໄຟຟ້າ​ທີ່​​ຖືກ​ທຳລາຍມີ​ເກືອບ​ເຄິ່ງໜຶ່ງ​ໄດ້​ຮັບ​ການ​ຟື້ນ​ຟູ​ເປັນ​ປົກກະຕິ​ແລ້ວ.

ນັບ​ຮອດຕອນ​ຄ່ຳ​ວັນ​ທີ7ກຸມພາ,​ແຫ່ງ​ຕ່າງໆ​ທົ່ວ​ປ​ະ​ເທດ​ຈີນ​ໄດ້​ບໍລິຈາກ​ເງິນ​ແລະວັດຖຸ​ຕົກ​ລວມ1ຕື້ກວ່າ​ຢວນ​ໃຫ້​ເຂດ​ປະສົບ​ໄພ.